ຄະນະໂຄສະນາອົບຮົມແຂວງອຸດົມໄຊ ປັບປຸງການຈັດຕັ້ງ ແລະ ເລື່ອນຕຳແໜ່ງໃຫ້ພະນັກງານ

          ປະຕິບັດຕາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ເພື່ອບັນຈຸສັບຊ້ອນພະນັກງານ-ລັດຖະກອນ ໃຫ້ໄປຕາມພາລະບົດບາດ, ກຳນົດຕຳແໜ່ງງານ, ສອດຄ່ອງກັບຄວາມຮູ້, ຄວາມສາມາດຂອງພະນັກງານ ແນໃສ່ເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມມີປະສິດທິພາບ-ປະສິດທິຜົນສູງຂຶ້ນກວ່າເກົ່າ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ດັ່ງນັ້ນ ໃນວັນທີ 27 ພະຈິກ 2023 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດຕັ້ງພິທີປະກາດການປັບປຸງການຈັດຕັ້ງ ແລະ ສັບຊ້ອນພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 14 ສະຫາຍ, ຍິງ 05 ສະຫາຍ.

          ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລກທີ 1220/ຄປພຂ, ລົງວັນທີ 15 ພະຈິກ 2023 ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງຂອງຄະນະໂຄສະນາອົບຮົມແຂວງ ໂດຍໄດ້ປະກາດແຕ່ງຕັ້ງ ທ່ານ ຄອນພະຈິດ ທັນຍາສິດ ເປັນຫົວໜ້າຂະແໜງບໍລິຫານ, ທ່ານ ນາງ ກົງຈັນ ໄພມະນີ ເປັນຫົວໜ້າຂະແໜງສັງລວມ ແລະ ຂໍໍ້ມູນຂ່າວສານ, ທ່ານ ບຸນແກ້ວ ກຸດຕິຄຸນໂນ ເປັນຮອງຫົວໜ້າຂະແໜງບໍລິຫານ, ທ່ານ ບຸນພອນ ແສງສຸລິນ ເປັນຮອງຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ແລະ ໃນພິທີຍັງໄດ້ຜ່ານເອກະສານສຳຄັນຈຳນວນໜຶ່ງເປັນຕົ້ນ: ຂໍ້ຕົກລົງ ວ່າດ້ວຍການບັນຈຸ ແລະ ສັບຊ້ອນພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ; ມະຕິຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະພັກ; ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຜູ້ຮັບຜິດຊອບຊ່ວຍວຽກເບື້ອງພັກ.

         ໂອກາດດັ່ງກ່າວ ປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ໃຫ້ເພີ່ມທະວີໃນການຄົ້ນຄວ້າ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍສະເພາະບັນດານິຕິກຳວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ ເພື່ອຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຢ່າງໜັກແໜ້ນ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກຕິດພັນກັບການນຳໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານວຽກງານໃຫ້ມີຄວາມວ່ອງໄວ, ທັນກັບສະພາບການ ແລະ ຕັ້ງໜ້າຝຶກຝົກຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານ, ສະມາຊິກພັກທີ່ດີເດັ່ນ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ປະກອບສ່ວນເຮັດໃຫ້ວຽກງານການເມືອງ-ແນວຄິດມີການຫັນປ່ຽນໃໝ່ເທື່ອລະກ້າວ.

ເພື່ອເຮັດໃຫ້ການປັບປຸງການຈັດຕັ້ງໄປຕາມການຕົກລົງຂອງຂັ້ນເທິງ, ໃນວັນທີ 1 ແລະ 8 ທັນວາ 2023 ໄດ້ຈັດພິທີມອບ-ຮັບວຽກລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ພ້ອມທັງສຳເລັດໃນການບັນຈຸສັບຊ້ອນພະນັກງານຕາມແຜນທີ່ກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa