ຄະນະໂຄສະນາອົບຮົມແຂງອຸດົມໄຊ ຕ້ອນຮັບທິມງານ ຄະນະໂຄສະນາອົບຮົມສູນກາງພັກ ທີ່ມາຊຸກຍູ້ວຽກງານ ແລະ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຂວງອຸດົມໄຊ

ໃນລະຫວ່າງວັນທີ 27-29 ມີນາ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ຕ້ອນຮັບ ຄະນະໂຄສະນາອົບຮົມສູນກາງພັກ ນໍາພາໂດຍ ສະຫາຍ ບຸນເພັງ ຈັນທະດາລາ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະທິມງານ ທີ່ໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ.

ໃນການເຄື່ອນໄຫວໃນຄັ້ງນີ້ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນ ວຽກງານສັງລວມ-ຫາງສຽງສັງຄົມ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ; ຈາກນັ້ນໄດ້ລົງເຄື່ອນໄຫວເຮັດວຽກຮ່ວມກັບ ຄະນະໂຄສະນາອົບຮົມເມືອງຫຼາ ແລະ ລົງເກັບກໍາຂໍ້ມູນການປູກພືດລະດູແລ້ງ ເພື່ອສົ່ງອອກຕ່າງປະເທດ ຢູ່ເມືອງຫຼາ ປະກອບສ່ວນເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

ຜ່ານການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕິດພັນກັບການລົງຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ ວຽກງານ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽສັງຄົມ ຢູ່ແຂວງອຸດົມໄຊ ໄດ້ຮັບການປັງປຸງທາງດ້ານຮູບການ, ວິທີການເຄື່ອນໄຫວ, ມາດຕະການປັບປຸງແກ້ໄຂ, ດ້ານອ່ອນທີ່ເປັນຂໍ້ຄົງຂ້າງໃນໄລຍະຜ່ານມາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa