ຄະນະໂຄສະນາອົບຮົມເມືອງແບງ ໄດ້ລົງເຄື່ອນໄຫວເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ ຢູ່ບ້ານກິວສັງວັນ, ເມືອງແບງ, ແຂວງອຸດົມໄຊ

ໃນຕອນເຊົ້າຂອງວັນທີ 12 ມີນາ 2024 ຄະນະໂຄສະນາອົບຮົມເມືອງແບງ ສົມທົບກັບຫ້ອງການທີ່ກຽ່ວຂ້ອງຂັ້ນເມືອງ ແລະ ທິມງານຄະນະປັບປຸງການຈັດຕັ້ງຮາກຖານພັກຂັ້ນແຂວງ ລົງເຄື່ອນໄຫວເຊື່ອມຊຶມເອກະສານສືກສາອົບຮົມການເມືອງ-ແນວຄິດ ເຊິ່ງນຳໂດຍ ສະຫາຍ ສຸກສະຫວັນ ວົງລ້ອມ ຄະນະປັບປຸງການຈັດຕັ້ງຮາກຖານພັກຂັ້ນແຂວງ, ມີສະຫາຍ ສຸເທບ ອຸດົມສັກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມເມືອງແບງ, ບັນດາສະຫາຍ ຄະນະໜ່ວຍພັກ, ສະມາຊິກພັກ, ເຖົ້າແກ່ແນວໂຮມ ແລະ ປະຊາຊົນພາຍໃນບ້ານກິວສັງວັນ ເຂົ້າຮ່ວມທັງໝົດ 54 ສະຫາຍ, ຍິງ 22 ສະຫາຍ.

ກອງປະຊຸມດັ່ງກ່າວ ໄດ້ນຳເອົາເອກະສານສືກສາອົບຮົມການເມືອງ-ແນວຄິດ 20 ຄຳຖາມ ແລະ 20 ຄຳຕອບມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນພາຍໃນບ້ານກິວສັງວານ ໄດ້ຮັບຮູ້, ເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ກຳແໜ້ນເນື້ອໃນການກະກຽມ-ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ພ້ອມທັງດຳເນີນການທາບທາມບຸກຄະລະກອນເປີດກວາ້ງຮອບ 1.

ໂອກາດດັ່ງກ່າວ ສະຫາຍ ສຸກສະຫວັນ ວົງລ້ອມ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍສະເພາະແມ່ນໄດ້ເນັ້ນໜັກໃຫ້ສະມາຊິກພັກທຸກສະຫາຍ ແລະ ປະຊາຊົນພາຍໃນບ້ານ ເປັນເຈົ້າການໃນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂອງໜ່ວຍພັກ ແລະ ອົງການປົກຄອງບ້ານ ເປັນຕົ້ນແມ່ນບົດລາຍງານການເມືອງ, ທິດທາງແຜນການ ໃຫ້ມີເນື້ອໃນຄົບຖ້ວນ ສາມາດຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ແລະ ການເລືອກຕັ້ງຄະນະພັກ, ຄະນະບ້ານຊຸດໃໝ່ ໃຫ້ສາມາດເລືອກໄດ້ຜູ້ທີ່ມາດຖານເງື່ອນໄຂ, ມີຄວາມຮູ້, ຄວາມສາມາດ ເພື່ອນຳພາ-ຊີ້ນຳບ້ານກິວສັງວານໃຫ້ກາຍເປັນບ້ານພັດທະນາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa