ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ

       

         ພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2023 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ພະຈິກ 2023 ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ສີປານຄຳ ອິນໃຈ ປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມໂດຍ ສະຫາຍ ໂອທິບ ຟອງປະດິດ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ສາຍດຳ ໃຈຫຼ້າ ກຳມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຕ່າງໜ້າກຳມະບານຮາກຖານອ້ອມຂ້າງ ແລະ ສະມາຊິກກຳມະບານພາຍໃນຮາກຖານ ເຂົ້າຮ່ວມ.

        ກອງປະຊຸມໄດ້ຮັບຟັງບົດສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວຂໍ້ແຂ່ງຂັນ 5 ເປັນເຈົ້າໃນໄລຍະ 1 ປີຜ່ານມາ ສະອດງອອກ ເປັນເຈົ້າການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ – ແນວຄິດ ໄດ້ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ ແລະ ບັນດາມູນເຊື້ອວັນສຳຄັນຂອງຊາດ; ເປັນເຈົ້າປະຕິບັດກົດໝາຍ ແລະ ລະບຽບຂອງລັດ, ໄດ້ເປັນເຈົ້າການນໍາເອົາກົດໝາຍ, ລະບຽບການ, ເອກະສານຕ່າງໆ ແລະ ກົດລະບຽບຂອງສະຫະພັນກໍາມະບານລາວ ມາເຜີຍແຜ່ໃຫ້ສະມາຊິກກໍາມະບານໄດ້ຮັບຮູ້ເຂົ້າໃຈ, ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ ໄດ້ຊຸກຍູ້ສົ່ງເສີມສະມາຊິກກໍາມະບານ ເປັນເຈົ້າການພັດທະນາຕົນເອງໃນທຸກດ້ານ ພ້ອມທັງຊຸກຍູ້ສະມາຊິກກໍາມະບານພັດທະນາຊີວິດການເປັນຢູ່ຕາມທ່າແຮງແຕ່ລະຄອບຄົວ ເຊິ່ງມີ 5 ຄອບຄົວ ສາມາດສ້າງລາຍໄດ້ ຈໍານວນ 5,000,000 115,000,000 ກີບ/ປີ ບັນລຸໄດ້ 90,9%; ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ສະມາຊິກກໍາມະບານຕັັ້ງໜ້າປະຕິບັດໜ້າທີ, ສິດ ແລະ ພັນທະຂອງຕົນຢ່າງຕັ້ງໜ້າ, ເປັນເຈົ້າປະຕິບັດໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ ໄດ້ເຄື່ອນໄຫວຕາມພາລະບົດບາດຕາມສິດ ໜ້າທີ, ຕໍາແໜ່ງການຂອງຄະນະໂຄສະນາອົບຮົມແຂວງ, ເປັນເສນາທິການໃຫ້ຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ ສະຫຼຸບແລ້ວໃນ 1 ປີຜ່ານມາກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງສາມາດຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າບັນລຸໄດ້ 90,5% ພ້ອມທັງຮັບຮອງເອົາທິດທາງແຜນການໃນປີ 2024 ຕື່ມອີກ.

        ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດທິດທາງແຜນການຂໍ້ແຂ່ງ 5 ເປັນເຈົ້າໃນປີ 2024 ໃຫ້ປະກົດຜົນເປັນຈິງນັ້ນ ສະຫາຍ ໂອທິບ ຟອງປະດິດ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ເນັ້ນໜັກຕໍ່ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໃຫ້ສືບຕໍ່ຮັກສາມູນເຊື້ອບັນດາຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນເປັນເຈົ້າການສຶກສາອົບຮົມການເມືອງ – ແນວຄິດ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ບັນດານິຕິກຳຂອງລັດ ໃຫ້ສະມາຊິກກຳມະບານມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ພ້ອມທັງເປັນເຈົ້າການຈັດປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນປີ 2024 ໃຫ້ບັນລຸຕາມຄາດໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa