ກອງປະຊຸມ ດໍາເນີນຊີວິດການເມືອງ ຂອງຄະນະໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2023

           ກອງປະຊຸມດໍາເນີນຊີວິດການເມືອງ ຂອງຄະນະໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2023 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ກຸມພາ 2024 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ຢ່າງເປັນທາງການ.  ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 4 , ປະທານສະພາປະຊາຊົນແຂວງ, ມີຄະນະຮັບຜິດຊອບຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກ ພາຍຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 16 ສະຫຍາຍ, ຍິງ 5 ສະຫາຍ.

           ກອງປະຊຸມໄດ້ຮັບຟັງຮ່າງບົດສະຫຼຸບສໍາຫຼວດການລວມ ຂອງຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2023. ໃນໄລຍະຜ່ານຄະນະໜ່ວຍພັກໄດ້ເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ເປັນຕົ້ນແມ່ນນໍາເອົາແນວທາງ, ແຜນນະໂຍບາຍຂອງພັກ, ບັນດາມະຕິຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ບັນດາມະຕິຄົບຄະນະບໍລິຫານງານພັກແຂວງ ສະໄໝທີ IX, ບັນດານິຕິກໍາຕ່າງໆ ແລະ ມູນເຊື້ອຂອງຊາດ, ຂອງພັກ ມາເຜີຍແຜ່ເຊື່ອມຊຶມໄດ້ທັງໝົດ 14 ຄັ້ງ, ມີຜູ້ເຂົ້າຮ່ວມ 179 ເທື່ອສະຫາຍ, ຍິງ 70 ເທືື່ອສະຫາຍ; ຄະນະໜ່ວຍແມ່ນມີຄວາມເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ ສະແດງອອກໄດ້ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ເປັນແບບຢ່າງນໍາໜ້າໃນການດໍາຊີວິດທີ່ປອດໃສ, ມີຄວາມສາມັກຄີເປັນເອກະພາບຢ່າງໜັກແໜ້ນ; ນໍາພາດ້ານການຈັດຕັ້ງ ຄະນະໜ່ວຍພັກໄດ້ນໍາພາຈັດຕັ້ງປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ ເອົາໃຈໃສ່ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພັກ, ນໍາເດີນຊີວິດການເມືອງພາຍໃນຄະນະພັກ ແລະ ໜ່ວຍພັກປະຈໍາເດືອນເປັນປົກກະຕິ, ບໍາລຸງ, ກໍ່ສ້າງພະນັກງານ-ສະມາຊິກພັກ ດ້ານວິຊາສະເພາະ, ທິດສະດີແນວທາງ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອກໍ່ສ້າງພະນັກງານສືບທອດປ່ຽນແທນ; ນໍາພາດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ ຄະນະພັກໄດ້ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບ, ປະຕິບັດຕາມສຽງສ່ວນຫຼາຍ, ເຮັດວຽກມີແຜນການ, ແຜນງານ, ໂຄງການ ແລະ ມີຈຸດສຸມຕິດພັນກັບການຕິດຕາມກວດກາ, ຊຸກຍູ້ ແລະ ສະຫຼຸບລາຍງານຂັ້ນເທິງເປັນປົກກະຕິ. ນໍາພາດໍາເນີນກອງປະຊຸມສະຫຼຸບຕີລາຄາວຽກງານປະຈໍາ 6 ເດືອນ ແລະ ປະຈໍາປີ ພ້ອມທັງດໍາເນີນຊີວິດການເມືອງຕີລາຄາຈັດປະເພດຄະນະພັກ, ສະມາຊິກພັກຖືກຕ້ອງຕາມກົດລະບຽບຂອງພັກ; ນໍາພາການປະຕິບັດໜ້າທີ່ການເມືອງ ຄະນະໜ່ວຍພັກໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານປ້ອງກັນຄວາມສະຫງົບພາຍໃນ ຕິດພັນກັບການສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີສະຕິລະວັງຕົວສູງ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ວັງດີ ນອກນັ້ນຄະນະໜ່ວຍພັກໄດ້ເອົາໃຈໃສ່ນໍາພາວຽກງານເສນາທິການໃຫ້ຄະນະປະຈໍາພັກແຂວງ, ຈັດຕັ້ງປະຕິບັດວິຊາສະເພາະຕາມພາລະບົດບາດ, ຂໍ້ກໍານົດ ແລະ ຕໍາແໜ່ງງານຂອງຄະນະບໍລິຫານງານພັກແຂວງ.

        ໂອາກດດັ່ງກ່າວຍັງໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍບັນດາຜົນງານການນໍາພາລວມຂອງຄະນະໜ່ວຍພັກ ຮາກຖານຄະນະໂຄສະນາອົບຮົມແຂວງ ພ້ອມທັງຮຽກຮ້ອງໃຫ້ຄະນະໜ່ວຍພັກ, ສະມາຊິກ ພາຍໃນຮາກຖານ ສື່ບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ຜິດຮັບຊອບຂອງຕົນ,  ປັບປຸງແບບແຜນນໍາ ແລະ ວິທີເຮັດວຽກງານ ຕາມຫຼັກການລວມສູນປະຊາທິປະໄຕ, ຕາມແນວທາງ, ແຜນນະໂຍບາຍຂອງພັກ ເພື່ອສ້າງຂະບວນການຈັດຕັ້ງປະຕິບັດວິຊາສະເພາະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa