ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເຊື່ອມຊຶມບັນດານິຕິກຳ ກ່ຽວກັບການກະກຽມ-ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

 

          ເພື່ອເຮັດໃຫ້ຄະນະພັກແຕ່ລະຂັ້ນ, ພະນັກຫຼັກແຫຼ່ງ ແລະ ສະມາຊິກພັກ – ພະນັກງານພາຍໃນແຂວງ ໄດ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນຈິດໃຈ ຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານສູນກາງພັກ ສະໄໝທີ XI  ແລະ ເຊື່ອມຊຶມບັນດານິຕິກໍາ ກ່ຽວກັບການກະກຽມ – ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສາມາດຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍນັ້ນ.ໃນຕອນເຊົ້າຂອງວັນທີ 2 ພະຈິກ 2023 ຢູ່ສະໂມສອນແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເຊື່ອມຊຶມບັນດານິຕິກຳ ກ່ຽວກັບການກະກຽມ-ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນການພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງອຸດົມໄຊ; ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາຄະນະພັກສອງກອງບັນຊາການ ປກຊ-ປກສ ແຂວງ, ເລຂາພັກເມືອງ 7 ເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.

           ໃນກອງປະຊຸມໄດ້ເຊື່ອມຊຶມບັນດາເອກະສານທີ່ສຳຄັນຄື: ຄຳສັ່ງແນະນຳ ຂອງຄະນະບໍລິຫານສູນກາງພັກ ສະໄໝທີ XI ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສໍາເລັດຂອງກອງປະຊຸມຄົບຄະນະກາງສະໄໝ ສະບັບເລກທີ 434/ຄລສພ; ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງເລກທີ 434 ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 232/ຄອສພ; ມະຕິຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະກາງສະໄໝ; ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະກາງສະໄໝ; ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສື່ບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ; ແຜນດໍາເນີນງານ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 432/ຄລສພ, ລົງວັນທີ 08 ກັນຍາ 2023 ເພື່ອຜັນຂະຫຍາຍມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ມະຕິຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX; ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງໄລຍະກາງສະໄໝ; ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ IX ໄລຍະກາງສະໄໝ; ບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ໄລຍະກາງສະໄໝ. 

ກອງປະຊຸມ ດຳເນີນເປັນເວລາ 2 ວັນ ຄືວັນທີ 2 3 ຈິ່ງສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa