ກອງປະຊຸມສະຫຼຸບ ຕີລາຄາການເຄື່ອນໄຫວວຽກງານກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023

ໃນຕອນບ່າຍຂອງວັນທີ 1 ມີນາ 2024 ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນການນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານ ຂອງສະຫາຍ ນາງ ສີປານຄໍາ ອິນໃຈ ປະທານກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມກອງປະຊຸມມີສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຮອງປະທານກໍາມະບານຮາກຖານ ແລະ ສະມາຊິກກໍາມະບານເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານກໍາມະບານຮາກຖານ ຄະນະ​ໂຄສະນາ​ອົບຮົມແຂວງ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024. ເຊິ່ງໃນໄລຍະ 1 ປີຜ່ານມາ ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍໄດ້ນຳເອົາມູນເຊື້ອວັນສ້າງຕັັ້ງກໍາມະບານລາວ ຄົບຮອບ 67 ປີ, ວັນກໍາມະກອນສາກົນ ແລະ ບັນດາແຈ້ງການຕ່າງໆ ທີີ່ກໍາມະບານແຂວງສົົ່ງໃຫ້ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ປາຖະກະຖາຕິດພັນກັບການຕຳນິກໍ່ສ້າງເຊິ່ງກັນ ແລະ ກັນຢູ່ພາຍໃນຕາມກົດລະບຽບຂອງສະຫະພັນກຳມະບານລາວ, ພ້ອມທັງນຳພາສະມາຊິກເຂົ້າຮ່ວມເຊື່ອມຊຶມບັນດາເອກະສານຕ່າງໆທີ່ທາງຂັ້ນເທິງຈັດຕັ້ງຂຶ້ນ ໄດ້ທັງໝົດ 21 ຄັັ້ງ ແລະ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ໃຫ້ປະກົດຜົນເປັນຈິງນັ້ນ ທາງຮາກຖານໄດ້ສ້າງແຜນການ, ອອກຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນຮາກຖານຢ່າງຈະແຈ້ງ ຕິດພັນກັບການຕິດຕາມ, ຊຸກຍູ້ ແລະ ສະຫຼຸບລາຍງານຂໍທິດຊີ້ນຳຈາກຂັ້ນເທິງເປັນປະຈຳ ເຮັດໃຫ້ແຜນການປີ 2023 ບັນລຸຕາມລະດັບຄາດໝາຍ, ສະມາຊິກກຳມະບານຮາກຖານໄດ້ຮັບການປະເມີນ-ຮັບຮອງເປັນສະມາຊິກກຳມະບານ 5 ເປັນເຈົ້າກວມ 100% ແລະ ຮັບຮອງເປັນກຳມະບານຮາກຖານ 5 ເປັນເຈົ້າປະຈຳປີ 2023.

ຕອນທ້າຍກອງປະຊຸມ ສະຫາຍ ສາຍດຳ ໃຈຫຼ້າ ກຳມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ພ້ອມທັງ ມີທິດຊີ້ນຳໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ຮຽກຮ້ອງມາຍັງສະມາຊິກກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ສືບຕໍ່ຈັດຕັ້ງປະຕິບັດຕາມແຜນການ ປະຈຳປີ 2024 ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa