ກອງປະຊຸມສະຫຼຸບ ຕີລາຄາການເຄື່ອນໄຫວວຽກງານຮອບດ້ານ ແລະ ວຽກງານກວດກາ ຂອງສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024

ປະຕິບັດຕາມແຜນດຳເນີນງານ ປະຈຳປີ 2024 , ດັ່ງນັ້ນ ໃນຕອນບ່າຍຂອງວັນທີ 26 ກຸມພາ 2024 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນການນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ວຽກງານກວດກາ ປະຈຳປີ 2023 ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານ ຂອງສະຫາຍ ນາງ ກົງຈັນ ໄພມະນີ ຫົວໜ້າສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມກອງປະຊຸມມີສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຮອງຫົວໜ້າສະຫະພັນແມ່ຍິງໜ່ວຍ ແລະ ສະມາຊິກສະຫະພັນແມ່ນຍິງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຮອບດ້ານ ແລະ ວຽກງານກວດກາ ຂອງສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023 ແລະ ວາງທິດທາງແຜນການ, ແຜນງານ ປີ 2024. ເຊິ່ງໃນໄລຍະ 1 ປີຜ່ານມາ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງສະຫະພັນແມ່ຍິງໜ່ວຍໃຫ້ປະກົດຜົນເປັນຈິງນັ້ນ ທາງໜ່ວຍໄດ້ສ້າງແຜນການ, ແຜນດຳເນີນງານ ແລະ ອອກຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນໜ່ວຍຢ່າງຈະແຈ້ງ, ພ້ອມທັງເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້, ສະຫຼຸບລາຍງານຂໍທິດຊີ້ນຳຈາກຂັ້ນເທິງເປັນປະຈຳ ແລະ ຈັດກອງສະຫຼຸບຖອດຖອນບົດຮຽນຕິດພັນກັບການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນແຕ່ລະໄລຍະ ເຮັດໃຫ້ທິດທາງແຜນການວຽກງານສະຫະພັນແມ່ຍິງໜ່ວຍ ປະຈຳປີ 2023 ບັນລຸເຖິງ 97,4%, ແຜນການວຽກງານກວດກາໜ່ວຍບັນລຸ 100%, ສະມາຊິກສະຫະພັນແມ່ຍິງໜ່ວຍໄດ້ຮັບການປະເມີນເປັນສະມາຊິກແມ່ຍິງ 3 ດີ ກວມ 100% ແລະ ຖືກຮັບຮອງເປັນສະຫະພັນແມ່ຍິງໜ່ວຍ 3 ດີ 8 ປີຕິດຕໍ່ກັນ, ພ້ອມດຽວກັນນັ້ນ ທາງໜ່ວຍຍັງໄດ້ຮ່ວມກັບສະຫະພັນແມ່ຍິງຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ພະແນກພາຍໃນແຂວງ ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານສະຫະພັນແມ່ຍິງຕິດພັນກັບວຽກງານວິຊາສະເພາະ ແລະ ລົງນາມບົດບັນທຶກການຮ່ວມມືນຳກັນ ເຊິ່ງໄດ້ປະກອບສ່ວນຍົກສູງຄຸນນະພາບວຽກງານສະຫະພັນແມ່ຍິງໜ່ວຍນັບມື້ສູງຂຶ້ນ. ພ້ອມນັ້ນ ກອງປະຊຸມຍັງໄດ້ຜ່ານບົດບັນທຶກມອບວຽກ, ຜ່ານຂໍ້ຕົກລົງແຕ່ງຕັ້ງຜູ້ຊ່ວຍວຽກສະຫະພັນແມ່ຍິງໜ່ວຍ ແລະ ຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນໜ່ວຍຄືນໃໝ່ນຳອີກ.
ຕອນທ້າຍກອງປະຊຸມ ສະຫາຍ ສາຍດຳ ໃຈຫຼ້າ ກຳມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງໜ່ວຍໃນໄລຍະ 1 ປີຜ່ານມາ ພ້ອມທັງ ມີທິດຊີ້ນຳໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ມີຄວາມເຊື່ອໝັ້ນຕໍ່ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍທີ່ຈະສືບຕໍ່ຈັດຕັ້ງປະຕິບັດຕາມແຜນການ, ແຜນງານ ປີ 2024 ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa