ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງ ແລະ ວຽກງານກວດກາພັກ-ລັດ ຄະນະໂຄສະນາອົບຮົມແຂວງ ປະຈໍາ 3 ເດືອນ 2024 ສໍາເລັດຕາມລະດັບຄາດໝາຍ

 

ເພື່ອປະຕິບັດຕາມແຜນການ, ແຜນດຳເນີນງານວຽກງານໂຄສະນາອົບຮົມແຂວງ ປະຈຳປີ 2024, ດັ່ງນັ້ນ ໃນຕອນເຊົ້າຂອງ ວັນທີ 10 ເມສາ 2024 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງ ແລະ ວຽກງານກວດກາພັກລັດ ຄະນະໂຄສະນາອົບຮົມແຂວງ ປະຈໍາ 3 ເດືອນ 2024 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມກອງປະຊຸມມີສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ, ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງ ໄລຍະ 3 ເດືອນ 2024 ບັນລຸ 84%, ທຽບໃສ່ແຜນການປີ ບັນລຸ 36%; ວຽກງານກວດກາພັກ-ລັດ ແມ່ນສາມາດຈັດຕັ້ງປະຕິບັດສຳເລັດຕາມແຜນການ ແລະ ເພື່ອປັບປຸງວຽກງານໃຫ້ຫັນສູ່ຄຸນນະພາບໃໝ່ເທື່ອລະກ້າວນັ້ນ ພະນັກງານ, ສະມາຊິກພັກ ໄດ້ສຸມໃສ່ປະກອບຄວາມຄິດຄວາມເຫັນຕໍ່ທັງສອງວຽກງານ ໂດຍສະເພາະແມ່ນບັນຫາທີ່ຍັງເປັນດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ເອກະພາບຮັບຮອງເອົາທິດທາງແຜນການ ປະຈໍາ 9 ເດືອນ 2024.

ໂອກາດດັ່ງກ່າວ ປະທານກອງປະຊຸມຍັງໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດທາງແຜນການວຽກງານຈຸດສຸມ ໄລຍະ 9 ເດືອນ 2024 ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ; ພ້ອມທັງເພີ່ມທະວີການຄົ້ນຄວ້າ-ກຳແໜ້ນແນວທາງແຜນນະໂຍບາຍ, ລະບຽບກົດໝາຍ ແລະ ນິຕິກຳວຽກງານການເມືອງ-ແນວຄິດກໍຄືວຽກງານໂຄສະນາອົບຮົມ, ໝູນໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານໃຫ້ມີຄວາມວ່ອງໄວ ແລະ ສືບຕໍ່ເສີມຂະຫຍາຍຄວາມເປັນສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa