ກອງຄະນະໂຄສະນາອົບຮົມແຂວງ ສົມທົບ ຄະນະໂຄສະນາອົບຮົມເມືອງໄຊ ລົງເຄື່ອນໄຫວໂຄສະນາ-ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.

       ໃນວັນທີ 16 ພະຈິກ 2023 ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ລົງເຄື່ອນໄຫວໂຄສະນາປາຖະກະຖາມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ສາຍສາລະຄະດີ ຢູ່ບ້ານຫຼັກ 32  ແລະ ມສ ຫົວນໍ້າງາ ເມືອງໄຊ ນໍາພາທິມງານໂດຍ ທ່ານ ໄຊຊົງຄາມ ທຳປັນຍາ ຫົວໜ້າຂະແໜງໂຄສະນາ, ມີທ່ານ ສອນເພັດ ຄໍາມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງໄຊ, ເຂົ້າຮ່ວມມີເລຂາຄະນະພັກເຂດ, ຄະນະພັກບ້ານ, ບາຍບ້ານ, ອໍານວຍການໂຮງຮຽນ ມສ ຫົວນໍ້່ບາກ, ຄູອາຈານ ແລະ ປະຊາຊົນພາຍໃນບ້ານເຂົ້າຊົມທັງໝົດ 419 ກວ່າຄົນ.

       ການລົງເຄື່ອນໄຫວໂຄສະນາ-ປາຖະກະຖາມູນເຊື້ອຂອງຊາດໃນຄັ້ງນີ້ ເພື່ອເປັນການທົບທວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໃຫ້ພະນັກງານຂັ້ນບ້ານ, ຄູອາຈານ, ນັກຮຽນ ແລະ ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈກ່ຽວກັບປະຫວັດສາດ, ມູນເຊື້ອຂອງບັນດາຜູ້ນໍາແນວລາວຮັກຊາດ, ນັກຮົບ ແລະ ປາຊົນລາວບັນດາເຜົ່າ ທີ່ອຸທິດເລືອດເນື້ອເຫື່ອແຮງ ເພື່ອປະເທດຊາດ ເພື່ອການປະຕິວັດປົດປ່ອຍຊາດ, ເພື່ອຮໍ່າຮຽນເອົາຄຸນສົມບັດ, ສິນທຳປະຕິວັດ, ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ອຸດທິດຕົນເພື່ອການປະຕິວັດ ແລະ ນໍໍາພາປວງຊົນລາວທັງຊາດຍາດໄດ້ເອກະລາດມາໃຫ້ແກ່ປະເທດຊາດ ທັງເປັນການປຸກລະດົມນັກຮຽນ ແລະ ເພີ່ມທະວີການສຶກສາອົບຮົມພະນັກງານຂັ້ນບ້ານ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຕົ້ນຄົນຮຸ່ນຫນຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອຄວາມເປັນມາ ແລະ ຄວາມຫມາຍສໍາຄັນ ຂອງວັນສໍາຄັນຂອງຊາດໃຫ້ກວ້າງຂວາງເລິກເຊິ່ງ. ປຸກລະດົມການເສີມຂະຫຍາຍມູນເຊື້ອເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ການປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະທ້າຍສະໄຫມ ໃຫ້ປະກົດເປັນຈິງ.ປະຊາຊົນບັນດາເຜົ່າ ໃຫ້ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີປອງດອງ, ມູນເຊື້ອແຫ່ງການສູ້ຮົບອາດຫານຂອງປວງຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກ ແນໃສ່ສ້າງໃຫ້ມີທັດສະນະທີ່ຖືກຕ້ອງເປັນເອກະພາບພາຍໃນພັກ, ພາຍໃນສັງຄົມ ພ້ອມທັງຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa