

ວັນທີ 7 ຕຸລາ 2026, ທີ່ ໂຮງຮຽນການເມືອງ-ການປົກຄອງ ແຂວງອຸດົມໄຊ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026) ເພື່ອສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບ ຕໍ່ ຄູ-ອາຈານ ຜູ້ທີ່ໄດ້ອຸທິດແຮງກາຍ ແຮງໃຈ ໃນການສິດສອນ, ຝຶກອົບຮົມ ແລະ ສ້າງບຸກຄະລາກອນ ໃຫ້ແກ່ ປະເທດຊາດ ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳໂຮງຮຽນການເມືອງ-ການປົກຄອງແຂວງ; ທ່ານ ປທ ຄຳຟອງ ພັດທະມາວົງ, ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ, ມີແຂກເຊີນ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາ ເຂົ້າຮ່ວມ.
ພິທີ ໄດ້ມີການທົບທວນ ມູນເຊື້ອ ແລະ ຄວາມໝາຍສຳຄັນຂອງ ວັນຄູແຫ່ງຊາດ ຄົບຮອບ 32 ປີ, ພ້ອມທັງທົບທວນຜົນງານຂອງໂຮງຮຽນໃນໄລຍະຜ່ານມາ. ວັນຄູແຫ່ງຊາດ ແມ່ນວັນສຳຄັນທີ່ຈັດຂຶ້ນເປັນປະຈຳທຸກປີ ເພື່ອລະນຶກເຖິງບຸນຄຸນຂອງ ຄູ-ອາຈານ, ຍົກສູງກຽດ ແລະ ບົດບາດຂອງ ຄູ ໃນສັງຄົມ, ພ້ອມທັງ ສ້າງຈິດສຳນຶກໃຫ້ຜູ້ຮຽນໄດ້ຮູ້ຈັກຄຸນຄ່າ ແລະ ຮູ້ບຸນຄຸນ ຕໍ່ ຄູ-ອາຈານ ຕະຫຼອດໄລຍະ 32 ປີຜ່ານມາ, ວັນຄູແຫ່ງຊາດ ໄດ້ເປັນໂອກາດສຳຄັນໃຫ້ບັນດາພາກສ່ວນ, ສະຖານສຶກສາ, ຄູ-ອາຈານ ແລະ ຜູ້ຮຽນ ໄດ້ຮ່ວມກັນສະຫຼຸບຜົນງານ, ຍົກຍ້ອງ ເຊີດຊູ ຄູ-ອາຈານ ຜູ້ທີ່ມີຜົນງານດີເດັ່ນ ແລະ ຮ່ວມກັນສືບຕໍ່ສ້າງສັນວຽກງານການສຶກສາໃຫ້ກ້າວໜ້າ ຄູ-ອາຈານ ມີບົດບາດສຳຄັນໃນການຖ່າຍທອດຄວາມຮູ້, ສ້າງຄຸນນະທຳ, ຈິດສຳນຶກ ແລະ ຄວາມສາມາດ ໃຫ້ແກ່ ຜູ້ຮຽນ ເພື່ອໃຫ້ກາຍເປັນກຳລັງສຳຄັນໃນການພັດທະນາປະເທດຊາດ.
ໃນໂອກາດດັ່ງກ່າວ, ໄດ້ມີການມອບຊໍ່ດອກໄມ້ ໃຫ້ແກ່ ຄູ-ອາຈານ ເພື່ອເປັນການສະແດງ ຄວາມຮັກ, ຄວາມເຄົາລົບ ແລະ ຮູ້ບຸນຄຸນ. ພ້ອມ ມອບ ແລະ ປະດັບຫຼຽນກາລະນຶກ 50 ປີ, ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ຜົນງານ ປະຈຳປີ 2026 ໃຫ້ແກ່ ຄູ-ອາຈານ ຜູ້ທີ່ມີຜົນງານ ໃນການປະຕິບັດໜ້າທີ່ ໃຫ້ກຽດມອບ ໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳໂຮງຮຽນການເມືອງ-ການປົກຄອງແຂວງ. ໃນໂອກາດນີ້, ທ່ານໄດ້ມີຄຳເຫັນໂອ້ລົມ ແລະ ອວຍພອນ ຄູ-ອາຈານ ແລະ ນັກສຶກສາ, ພ້ອມເນັ້ນໃຫ້ ຄູ-ອາຈານ ແລະ ນັກສຶກສາ ສືບຕໍ່ຮ່ວມກັນ ສ້າງຜົນງານ, ຍົກສູງຄຸນນະພາບ ການຮຽນ-ການສອນ ແລະ ການຝຶກອົບຮົມໃຫ້ມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງກຳລັງຄົນໃຫ້ແກ່ ວຽກງານພັດທະນາປະເທດຊາດ.
ຂ່າວ: ຄຳພັນ ແກ້ວມະນີ
ເບິ່ງໜ້ອຍລົງ