

ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານວິຊາສະເພາະ ຢູ່ ເມືອງໄຊ
ຕອນເຊົ້າວັນທີ 8 ຕຸລາ ນີ້ ທ່ານ ສາຍດຳ ໃຈຫລ້າ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຊຸກຍູ້ ວຽກງານວິຊາສະເພາະ ນຳ ຄະນະໂຄສະນາອົບຮົມ ເມືອງໄຊ ໂອກາດດັ່ງກ່າວ ຄະນະໄດ້ເຂົ້າພົບ ທ່ານ ປອ ນາງ ວຽງມາລີ ສຸລິໄຊ ຮອງເລຂາພັກເມືອງໄຊ ເພື່ອລາຍງານຈຸດປະສົງຂອງການລົງເຮັດວຽກ ຈາກນັ້ນ ຄະນະໄດ້ເຂົ້າເຮັດວຽກຮ່ວມກັບ ຄະນະໂຄສະນາອົບຮົມ ເມືອງໄຊ ທີ່ ຫ້ອງປະຊຸມຫ້ອງວ່າການເມືອງໄຊ ຮັບຟັງການລາຍງານໂດຍຫຍໍ້ ຈາກ ທ່ານ ສົມຈັນ ມູນກະສິງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງໄຊ ຈາກນັ້ນ ແຕ່ລະຂະແໜງການ ວຽກງານ ໄດ້ມີການແລກປ່ຽນ ຖອດຖອນບົດຮຽນຮ່ວມກັນ ເພື່ອນຳເອົາບົດຮຽນໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ມີປະສິດທິພາບ