


ຄະນະໂຄສະນາອົບຮົມແຂວງ ສ້າງຂະບວນການ ອອກແຮງງານ ຕ້ອນຮັບ ວັນສື່ມວນຊົນ ຄົບຮອບ 76 ປີ
————
ເນື່ອງໃນໂອກາດ ວັນສື່ມວນຊົນ ຄົບຮອບ 76 ປີ ທີ່ຈະຫມູນວຽນ ມາເຖິງໃນມໍ່ໆນີ້ ຄື: 13 ສິງຫາ ປີ 1950-13 ສິງຫາ 2026 ໃນຕອນເຊົ້າວັນທີ 31 ກໍລະກົດ 2026 ທີ່ ຂະແໜງສື່ມວນຊົນແຂວງ ທາງ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ເຊິ່ງນຳໂດຍ ຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ຫົວຫນ້າ, ຮອງຫົວຫນ້າຂະແຫນງ ຕະ ຫລອດຮອດ ພະນັກງານ ພາຍໃນ ຄະນະໂຄສະນາອົບຮົມແຂວງ ໄດ້ສ້າງຂະບວນການ ອອກແຮງງານລວມ ເພື່ອຂ່ຳນັບຮັບຕ້ອນ ວັນດັ່ງກ່າວ.
ທ່ານ ລໍ ຂຸນລໍ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ກ່າວວ່າ: ການສ້າງຂະ ບວນການອອກແຮງງານ ເພື່ອເປັນການເປັນການ ສະເຫລີມ ສະຫລອງ ແລະ ຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆ ຂອງຊາດ ຂອງແຂວງ ເວົ້າລວມ, ເວົ້າສະເພາະ ວັນສື່ມວນຊົນ ຄົບຮອບ 76 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດ ຟົດຟື້ນ ແລະ ເຫັນໄດ້ຄວາມຫມາຍ, ຄວາມສຳຄັນຂອງວັນດັ່ງກ່າວ ແນໃສ່ເຮັດໃຫ້ ສະຖານທີ່ເຮັດວຽກ ຂອງຕົນ ມີຄວາມສະອາດ, ງາມຕາ, ມີຄວາມເປັນລະບຽບຮຽບຮ້ອຍ ທັງເປັນການທຳລາຍ ແລະ ກຳຈັດ ແຫລ່ງເພາະພັນ-ທີ່ຢູ່ອາໄສ ຂອງຍຸງລາຍ. ສຳລັບ ຫນ້າວຽກໃນການອອກແຮງງານ ແມ່ນ ອະນາໄມ, ຕັດ-ຖາງຫຍ້າ ບໍລິເວນອ້ອມແອ້ມ ຂະແໜງສື່ມວນຊົນແຂວງ ເຂດຄວາມຮັບຜິດຊອບຂອງຕົນ, ຕັດແຕ່ງກິ່ງໄມ້, ຕົ້ນດອກໄມ້, ປັດກວາດ ແລະ ເກັບມ້ຽນຂີ້ເຫຍື້ອ, ພັດ-ຖູ ອາຄານ, ສະຖານທີ່ເຮັດວຽກ ແລະ ອື່ນໆ.
ທ່ານ ລໍ ຂຸນລໍ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ກ່າວຕື່ມອີກວ່າ: ນອກຈາກ ການສ້າງຂະບວນການອອກແຮງງານ ທາງຄະນະໂຄສະນາອົບຮົມແຂວງ ຍັງໄດ້ເຄື່ອນໄຫວ ສ້າງຂະບວນການອື່ນໆ ເປັນຕົ້ນແມ່ນ ຂະບວນການກິລາ ຮ່ວມກັບ ຂະແຫນງການອ້ອມຂ້າງ ແລະ ອອກແຮງແຂ່ງຂັນກັນ ຈັດຕັ້ງປະຕິບັດຫນ້າທີ່ຄວາມຮັບຜິດຊອບຂອງໃຜລາວ ຢ່າງຕັ້ງຫນ້າ. ນອກນັ້ນ ຍັງໄດ້ມີການ ຫ້າງຫາ ກະກຽມ ບັນດາເນື້ອໃນ ແລະ ກິດຈະກຳຕ່າງໆ ໃນການສະເຫລີມ ສະຫລອງ ວັນສື່ມວນຊົນ ທີ່ຈະມາເຖິງນີ້ ຕື່ມອີກ.