

ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ລົງເຄື່ອນໄຫວໂຄສະນາ-ປາຖະກະຖາ ແລະ ໂຄສະນາເຄື່ອນທີ່ຢູ່ຕາແສງນໍ້າແຫງ
ຕອນຄໍ່າຂອງວັນທີ 30 ກໍລະກົດ 2026 ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊ ໄດ້ລົງເຄື່ອນໄຫວໂຄສະນາ-ປາຖະກະຖາ ແລະ ໂຄສະນາເຄື່ອນທີ່ຢູ່ຕາແສງນໍ້າແຫງ ບ້ານນໍ້າປຼະ ເມືອງໄຊ, ແຂວງອຸດົມໄຊ ໂດຍການນໍາພາທິມງານ ຂອງທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ບຸນໄທ ທໍາປັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງໄຊ, ມີຄະນະພັກບ້ານ, ນາຍບ້ານ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ທ່ານ ສາຍດໍາ ໃຈຫ້ຼາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າປະຫວັດມູນເຊື້ອ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 64 ປີ ແລະ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ຍົກໃຫ້ເຫັນສະໄໝຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຝຣັ່ງຜູ້ຮຸກຮານ.ເມື່ອກ່ອນເມືອງໄຊ ເປັນພຽງເມືອງສ່ວຍ (ເມືອງອາລັກຂາທີ່ຂຶ້ນກັບເຈົ້າຊີວິດຫຼວງພະບາງ), ພໍມາຮອດປີ 1956 ເຈົ້າຊີວິດໄດ້ໂຮມເອົາ 3 ເມືອງ ຄື: ເມືອງໄຊ, ເມືອງຮຸນ, ເມືອງປາກທາ ມາສ້າງຕັ້ງເປັນ ກິ່ງແຂວງໄຊຍະພູມ ເຊິ່ງມີສຳນັກງານກິ່ງແຂວງຕັ້ງຢູ່ ເມືອງໄຊ ແລະ ໃຫ້ຂຶ້ນກັບແຂວງຫຼວງພະບາງ. ພາຍຫຼັງ ເມືອງໄຊ ໄດ້ຮັບການປົດປ່ອຍ ສູນກາງພັກຕົກລົງເອົາ ກິ່ງແຂວງໄຊຍະພູມ ສ້າງຕັ້ງເປັນແຂວງລ້ານຊ້າງ ໃນວັນທີ 15 ກໍລະກົດ 1962 ມາຮອດປີ 1965 ແຂວງລ້ານຊ້າງ ໄດ້ປ່ຽນຊື່ມາເປັນ ແຂວງເມືອງໄຊ ແລະ ມາເຖິງ ປີ 1967 ແຂວງເມືອງໄຊ ໄດ້ປ່ຽນຊື່ມາເປັນ ແຂວງອຸດົມໄຊ ຈົນເຖິງປັດຈຸບັນ, ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ I – X ຂອງອົງຄະນະພັກແຂວງອຸດົມໄຊ ພາຍໃຕ້ການຊີ້ນຳ-ນຳພາ ຂອງບັນດາສະຫາຍເລຂາພັກແຂວງ, ເຈົ້າແຂວງ ທັງໝົດ 10 ສະຫາຍ, ໃນແຕ່ລະໄລຍະ ຄະນະບໍລິຫານງານພັກແຂວງໄດ້ວາງແນວທາງ ແລະ ວຽກງານຈຸດສຸມ ຂອງຕົນຢ່າງລະອຽດ ພ້ອມທັງນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງແຂວງ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານອັນເພິ່ງພໍໃຈ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສັງຄົມ ກໍຄືປະຊາຊົນບັນດາເຜົ່າຊາວແຂວງອຸດົມໄຊ. ພ້ອມດຽວກັນຍັງໄດ້ຍົກໃຫ້ຮູ້ເຖິງການເຄື່ອນໄຫວຂອງປະທານ ສຸພານຸວົງ ແມ່ນການນໍາຜູ້ໜຶ່ງທີ່ມີບົດບາດພົ້ນເດັ່ນໃນພາລະກິດປະຕິວັດປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ; ເປັນຜູ້ນຳທີ່ມີຄວາມຕື່ນຕົວເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດລວມ ຂອງປະເທດຊາດ ແລະ ປະຊາຊົນບັນດາຊົນເຜົ່າ; ທັງເປັນແກ່ນສານ ແລະ ໃຈກາງເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາ ເຜົ່າ, ບັນດາຊັ້ນຄົນ, ສາສະໜາ ແລະ ເພດໄວ ເຂົ້າໃນແນວໂຮມປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ; ທັງໄດ້ອຸທິດສະຕິປັນຍາ, ຫົວຄິດປະດິດສ້າງ ແລະ ກໍາລັງວັງຊາ ຂອງຕົນ ເພື່ອພາລະກິດປະຕິວັດແຕ່ຕົ້ນຕະຫຼອດປາຍ.
ຕອນທ້າຍຍັງໄດ້ມີການຖາມ-ຕອບຄວາມຮູ້ຮອບຕົວກ່ຽວກັບວັນດັ່ງກ່າວ ແລະ ມອບຂອງຂວັນລາງວັນຕື່ມອີກ.