ປາຖະກະຖາ ວັນສ້າງຕັ້ງ ແຂວງອຸດົມໄຊ ຄົບຮອບ 64 ປີ ແລະ ວັນຄ້າຍວັນເກີດ ປະທານ ສຸພາ ນຸວົງ ຄົບຮອບ 117 ປີ

ພິທີ ປາຖະກະຖາ ວັນສ້າງຕັ້ງ ແຂວງອຸດົມໄຊ ຄົບຮອບ 64 ປີ (15 ກໍລະກົດ 1962-15 ກໍລະກົດ 2026) ແລະ ວັນຄ້າຍວັນເກີດຂອງ ປະທານ ສຸພາ ນຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ໄດ້ຈັດຂຶ້ນ ໃນວັນທີ 13 ກໍລະກົດ 2026 ທີ່ ສະໂມສອນຂອງແຂວງ ໃຫ້ກຽດປາຖະກະຖາ ໂດຍ ທ່ານ ຄຳພຽງ ຢາຈົງວາ ອະດີດຮອງເລຂາພັກແຂວງ, ມີ ທ່ານ ສາຍດຳ ໃຈຫລ້າ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ມີຕາງຫນ້າຄະນະນຳແຂວງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານ-ລັດຖະກອນ ພາຍໃນແຂວງ ເຂົ້າຮ່ວມ.

ການປາຖະກະຖາ 2 ວັນປະຫວັດສາດ ເພື່ອເຮັດໃຫ້ ພະນັກງານຫລັກແຫລ່ງ ທົ່ວແຂວງອຸດົມໄຊ ໂດຍສະເພາະແມ່ນ ຜູ້ເກີດໃຫມ່ໃຫຍ່ລຸນ ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບ ປະຫວັດ, ມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະ ຂອງ ແຂວງອຸດົມໄຊ ພ້ອມທັງຜົນງານການນຳພາ-ຊີ້ນຳ ຂອງ ຄະນະພັກ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ. ຕະຫລອດໄລຍະ 64 ປີຜ່ານມາ ແຂວງອຸດົມໄຊ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ທັງດ້ານການເມືອງ, ເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ກະສິກຳ ແລະ ສິ່ງແວດລ້ອມ, ໂຍທາທິການ ແລະ ຂົນສົ່ງ, ໂທລະຄົມ ມະນາຄົມ ແລະ ການສື່ສານ, ການເງິນ ແລະ ທະນາຄານ, ວັດທະນະທຳ-ສັງຄົມ, ແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ອົງການອຳນາດລັດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ. ພ້ອມດຽວກັນນີ້ ຍັງໄດ້ຍົກໃຫ້ເຫັນເຖິງ ຜົນງານ, ຄຸນງາມຄວາມດີ ແລະ ບົດຮຽນທີ່ໄດ້ຈາລຶກໄວ້ໃນປະຫວັດສາດ ຕະຫລອດຮອດ ປະຫວັດຄວາມເປັນມາ, ຊີວິດການເຄື່ອນໄຫວຂອງ ປະທານ ສຸພາ ນຸວົງ ນັບຕັ້ງແຕ່ເຍົາໄວ ຈົນເຖິງໄລຍະການປະຕິວັດ.
ໂອກາດດັ່ງກ່າວ ທ່ານ ຄຳພຽງ ຢາຈົງວາ ອະດີຮອງເລຂາພັກແຂວງ ຍັງໄດ້ຮຽກ ຮ້ອງ ໃຫ້ ພະນັກງານຫລັກແຫລ່ງ ທົ່ວແຂວງອຸດົມໄຊ ສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມຮັກຊາດ, ຄວາມສາມັກຄີ, ເອົາໃຈໃສ່ໃນການພັດທະນາແຂວງໃຫ້ຈະເລີນຮຸ່ງເຮືອງ, ແກ້ໄຂຄວາມທຸກຍາກ, ສ້າງຄວາມເປັນເອກະພາບພາຍໃນ, ພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ກ້າວໜ້າຕາມທິດທາງຂອງພັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa