

ສຳເລັດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ພະນັກງານການນຳຫຼັກແຫຼ່ງຢູ່ເມືອງຮຸນ
ຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ຄະນະບໍລິຫານງານພັກເມືອງຮຸນ ພາຍຫຼັງທີ່ດຳເນີນມາເປັນເວລາ1ວັນເຄິ່ງກໍ່ໄດ້ອັດລົງດ້ວຍຜົນສຳເລັດ ໃນວັນທີ 22 ພຶດສະພາ 2026 ນີ້ ຢູ່ສະໂມສອນເມືອງຮຸນໂດຍການເປັນປະທານຂອງ ທ່ານ ນາງ ມະນີຈັນ ວິໄລຈິດ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະປະຈຳພັກເມືອງ, ຄະນະບໍລິຫານງານພັກເມືອງຮຸນ ສະໄໝທີ XIII, ເລຂາ-ຄະນະພັກຫ້ອງການອ້ອມຂ້າງເມືອງ, ຄະນະພັກ ແລະ ປະທານຄະນະກຳມະການປົກຄອງຕາແສງ ພະນັກງານຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ມີສໍາມະນາກອນເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 7 ທ່ານ.ຕະຫຼອດໄລຍະຂອງການຝຶກອົບຮົມ ສໍາມະນາກອນໄດ້ຮຽນຮູ້ ແລະ ເຊື່ອມຊຶມ 4 ບົດຮຽນພື້ນຖານສຳຄັນ ເປັນຕົ້ນແມ່ນ: ບັນຫາພື້ນຖານຂອງວຽກງານໂຄສະນາ, ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າ, ການໂຄສະນາຜ່ານສື່, ບັນດານິຕິກໍາ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ. ຈາກນັ້ນ, ໄດ້ຈັດແບ່ງສໍາມະນາກອນອອກເປັນ 4 ຂົງເຂດໃນການຄົ້ນຄວ້າ ເພື່ອຂຶ້ນເຮັດທົດລອງເປັນຄະນະຈັດຕັ້ງພິທີ ແລະ ປາຖະກະຖາຕົວຈິງ ໃນຫົວຂໍ້ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ຜ່ານການປະເມີນຜົນຕົວຈິງເຫັນວ່າ, ສໍາມະນາກອນສ່ວນໃຫຍ່ແມ່ນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນບົດຮຽນຢ່າງເລິກເຊິ່ງ, ສາມາດກຳໄດ້ຫຼັກການ ແລະ ວິທີການປາຖະກະຖາໄດ້ດີພໍສົມຄວນ ເຊິ່ງສະແດງອອກໃນລະດັບຄວາມຮັບຮູ້-ເຂົ້າໃຈສະເລ່ຍ82%.
ໃນຕອນທ້າຍ, ທ່ານ ນາງ ມະນີຈັນ ວິໄລຈິດ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວສະຫຼຸບຕີລາຄາສູງຕໍ່ຜົນສຳເລັດຂອງຊຸດຝຶກອົບຮົມໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ສໍາມະນາກອນ ຈົ່ງພ້ອມກັນນຳເອົາບົດຮຽນ, ຄວາມຮູ້ ແລະ ທັກສະທີ່ຖອດຖອນໄດ້ໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິຜົນສູງ, ໂດຍສະເພາະແມ່ນການສືບຕໍ່ຜັນຂະຫຍາຍ ແລະ ນຳໃຊ້ວຽກງານໂຄສະນາ-ປາຖະກະຖາເຂົ້າໃນໜ້າທີ່ຄວາມຮັບຜິດຊອບຂອງຕົນພ້ອມທັງຫັນລົງສູ່ຮາກຖານຂັ້ນຕາແສງ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ພະນັກງານ ແລະ ປະຊາຊົນໃນທົ່ວເມືອງຮຸນ ຢ່າງທົ່ວເຖິງໃນຕໍ່ໜ້າ.