

ຄະນະໂຄສະນາອົບຮົມແຂວງ ຫວນຄືນ ສາມວັນປະຫວັດສາດ
ວັນທີ 19 ພຶດສະພາ ນີ້ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ໄດ້ຈັດການເຊື່ອມຊຶມ ມູນເຊື້ອ ສາມວັນປະຫວັດສາດ ໃຫ້ແກ່ ພະນັກງານ-ສະມາຊິກພັກ. ເອກະສານທີ່ນຳມາເຊື່ອມຊຶມ ປະກອບມີ: ວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານ ລັດທິຟາດຊິດ (9 ພຶດສະພາ 1945 ຫາ 9 ພຶດສະພາ 2026), ສົງຄາມໂລກ ຄັ້ງທີ ສອງ ໄດ້ກາຍເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ສະຫະພາບໂຊວຽດ ເປັນກໍາລັງຫຼັກໃນການຕໍ່ສູ້ຕ້ານການຮຸກຮານຂອງຟາດຊິດເຢຍລະມັນ ຮິດເລີ ແລະ ພັນທະມິດ, ພ້ອມທັງໄດ້ມີບົດບາດສຳຄັນໃນການທຳລາຍລ້າງ ລັດທິຟາດຊິດ ແລະ ລັດທິ ຂຸນເສິກ. ເຫດການນີ້ ມີຄວາມໝາຍສຳຄັນຕໍ່ທົ່ວໂລກ, ການທຳລາຍລ້າງ ນາຊີເຢຍລະມັນ ແລະ ລັດທິ ຂຸນເສິກ ຍີ່ປຸ່ນ ໄດ້ນໍາໄປສູ່ການລົ້ມສະຫຼາຍຂອງຜູ້ທີ່ຢຶດໝັ້ນໃນອຸດົມການຕ້ານມວນມະນຸດຂອງລັດທິຟາດຊິດ ທີ່ຕ້ອງການຄອບງຳໂລກ ແລະ ຄວາມປາຖະໜາຂອງພວກເຂົາທີ່ຕ້ອງການເຮັດໃຫ້ປະຊາຊົນທັງໝົດ ຕົກຢູ່ໃນສະພາວະເປັນທາດ. ຫວນຄືນ ເອກະສານ ວັນເກີດຂອງ ທ່ານ ກາກມາກ (05 ພຶດສະພາ 1818 – 05 ພຶດສະພາ 2026) ຄົບຮອບ 208 ປີ ວັນເກີດນັກປັດສະຍາ ນັກເສດຖະສາດ ແລະ ນັກປະຕິວັດຜູ້ຍິ່ງໃຫຍ່ຂອງຊົນຊັ້ນກຳມະຊີບ, ທັງນີ້ ກໍເພື່ອສະແດງຄວາມເຄົາລົບຕໍ່ນັກແນວຄິດທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດມວນມະນຸດ ແລະ ສະແດງໃຫ້ເຫັນເຖິງສັດທາອັນແນ່ວແນ່ຂອງພວກເຮົາທີ່ມີຕໍ່ສັດຈະທຳອັນມີວິທະຍາສາດຂອງລັດທິມາກ; ລັດທິມາກ ແມ່ນແນວຄິດຊີ້ນຳຂອງພັກ ແລະ ລັດພວກເຮົາຢ່າງສະເໝີຕົ້ນ ສະເໝີປາຍ, ແມ່ນອາວຸດດ້ານແນວຄິດທີ່ເຂັ້ມແຂງຂອງພວກເຮົາໃນການຮັບຮູ້ໂລກ, ກຳແໜ້ນກົດເກນ, ສະແຫວງຫາສັດຈະທຳ ແລະ ດັດສ້າງໂລກ ແລະ ເອກະສານ 72 ປີ ວັນແຫ່ງ ໄຊຊະນະ ບັ້ນຮົບປົດປ່ອຍ ດຽນບຽນຟູ ເຊິ່ງແມ່ນໄຊຊະນະທີ່ສັ່ນສະເທືອນໂລກ (07 ພຶດສະພາ 1954-07 ພຶດສະພາ 2026), ວັນທີ 7 ພຶດສະພາ ແມ່ນມື້ທີ່ມີຄວາມໝາຍ ປະຫວັດສາດ ອັນຍິ່ງໃຫຍ່ ບໍ່ພຽງແຕ່ສຳລັບປະຊາຊົນຫວຽດນາມເທົ່ານັ້ນ, ແຕ່ຍັງເປັນຂີດໝາຍສຳຄັນຂອງຂະບວນການຕໍ່ສູ້ກູ້ຊາດຂອງບັນດາປະເທດອິນດູຈີນ ແລະ ໃນທົ່ວໂລກ. ໃນປີ 1954, ກອງທັບ ແລະ ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງ ປະທານ ໂຮ່ຈີມິນ ແລະ ການບັນຊາໂດຍກົງຂອງ ພົນເອກ ຫວໍ ຫງວຽນ ຢາບ, ໄດ້ສ້າງວິລະກຳອັນລ້ຳເລີດດ້ວຍການຕີຊະນະ ຄ້າຍທະຫານທີ່ທັນສະໄໝ ແລະ ເຂັ້ມແຂງທີ່ສຸດຂອງຈັກກະພັດຝຣັ່ງ ຢູ່ທີ່ຮ່ອມພູດຽນບຽນຟູ. ໄຊຊະນະນີ້ ໄດ້ບັງຄັບໃຫ້ຝຣັ່ງ ຕ້ອງລົງນາມໃນສັນຍາເຊີແນວ (Geneva Accord), ຍອມຮັບ ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ລາວ ແລະ ກຳປູເຈຍ. ມັນເປັນແຮງບັນດານໃຈໃຫ້ແກ່ບັນດາປະເທດທີ່ຕົກເປັນຫົວເມືອງຂຶ້ນໃນທົ່ວໂລກ ລຸກຂຶ້ນຕໍ່ສູ້ ເພື່ອປົດປ່ອຍຕົນເອງ ແລະ ຜ່ານຂໍ້ຕົກລົງສັບຊ້ອນບ່ອນປະຈຳການຂອງ ພະນັກງານ ວິຊາການ ພາຍໃນຂະແໜງການ ຂອງ ຄະນະໂຄສະນາອົບຮົມແຂວງ ຕື່ມອີກ.