

ປິດຊຸດຮຽນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ IX.
ພິທີ ສະຫລຸບ ປິດຊຸດຮຽນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ IX ຂອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ຈັດຂຶ້ນ ໃນວັນທີ 28 ພຶດສະພາ 2026 ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ຄຳຟອງ ພັດທະມາວົງ ຫົວຫນ້າໂຮງຮຽນ ການເມືອງ ແລະ ການປົກຄອງແຂວງ, ມີຕາງຫນ້າຂະແຫນງການຂັ້ນແຂວງ, ພະນັກງານ, ອາຈານ ແລະ ນັກສຶກສາ ພາຍໃນ ໂຮງຮຽນ ເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານການຈັດຕັ້ງປະຕິບັດ ການຮຽນ-ການສອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ IX ໃນນີ້ ມີນັກສຶກສາທີ່ເຂົ້າຮຽນ ທັງຫມົດ 41 ສະຫາຍ, ຍິງ 12 ສະ ຫາຍ, ມາຈາກບັນດາພະແນກການ, ອົງການອ້ອມຂ້າງແຂວງ 25 ສະຫາຍ, ຫ້ອງ ການພາຍໃນ 7 ເມືອງ ມີ 8 ສະຫາຍ. ພາຍຫຼັງການຄົ້ນຄ້ວາຮໍ່າຮຽນຈົບແຕ່ລະວິຊາ ໄດ້ມີການຈັດຕັ້ງສອບເສັງ, ຂຽນບົດລາຍງານເປັນກຸ່ມວິຊາຮຽນ ແລະ ປ້ອງກັນບົດຈົບຂັ້ນ ເຊິ່ງໂດຍລວມແລ້ວ ເຫັນວ່ານັກສຶກສາ ສາມາດຍາດໄດ້ຄະແນນໃນລະດັບດີ, ດີຫຼາຍ ແລະ ດີເລີດ ໃນຄະແນນສະເລ່ຍລວມທຸກວິຊາ ຄື: ມີນັກສຶກສາທີ່ຮຽນດີຮຽນເກັ່ງໄດ້ເກຼດ A ຈຳນວນ 12 ສະຫາຍ, ຍິງ 3 ສະຫາຍ, ເກຼດ A, B+ 29 ສະຫາຍ, ຍິງ 9 ສະຫາຍ, ການປ້ອງກັນບົດ ໄດ້ຄະແນນ ເກຣດ A ມີ 34 ສະຫາຍ, ຍິງ 10 ສະຫາຍ ແລະ ຄະແນນ ເກຣດ B+ ມີ 7 ສະຫາຍ, ຍິງ 2 ສະຫາຍ. ຈາກນັ້ນ ໄດ້ມີການມອບໃບຢັ້ງຢືນ ໃຫ້ແກ່ ນັກສຶກສາ ທີ່ສຳເລັດການສຶກສາ ເຊິ່ງໃຫ້ກຽດມອມໂດຍ ສະຫາຍ ຄຳຟອງ ພັດທະມາວົງ ຫົວຫນ້າ ໂຮງຮຽນ ການເມືອງ ແລະ ການປົກຄອງແຂວງ.
ໂອກາດດັ່ງກ່າວ ຍັງໄດ້ມີພິທີ ມອບໃບຊົມເຊີຍ ຂອງໂຮງຮຽນ ທິດສະດີການເມືອງ ແລະ ການປົກຄອງແຂວງ ໃຫ້ແກ່ ນັກສຶກສາ ທີ່ມີຜົນງານດີເດັ່ນ ໃນການສຶກສາຮຳຮຽນ ຈຳນວນ 12 ສະຫາຍ ແລະ ພາກສ່ວນທີ່ປະກອບສ່ວນ ທັງດ້ານ ວັດຖຸ – ປັດໃຈ ໃຫ້ແກ່ ໂຮງຮຽນ, ອົງການຈັດຕັ້ງ ຈຳນວນ 3 ພາກສ່ວນ ແລະ ຜູ້ທີ່ ປະກອບສ່ວນ ໃນການບໍລິຈາກເລືອດຊ່ວຍເຫລືອສັງຄົມ ຈຳນວນ 5 ສະຫາຍ. ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ຄຳຟອງ ພັດທະມາວົງ ຫົວຫນ້າ ໂຮງຮຽນ ການເມືອງ ແລະ ການປົກ ຄອງແຂວງ ແລະ ສະຫາຍ ນາງ ສົມໃຈ ພົນທອງສີ ຮອງຫົວຫນ້າ ໂຮງຮຽນ ການເມືອງ ແລະ ການປົກຄອງແຂວງ ພັດປ່ຽນກັນ. ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງ ການໂອ້ລົມ ແລະ ມີຄຳຄິດ ຄຳເຫັນ ຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ຕື່ມອີກ