

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນ ໃຫ້ແກ່ ມະຫາຊົນກ້າວໜ້າອ້ອມຂ້າງແຂວງ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ 20
ໃນວັນທີ 15 ພຶດສະພາ ນີ້, ຄະນະໂຄສະນາອົບຮົມແຂວງ ໄດ້ຈັດເປີດຮຽນສະໜັບສະໜູນ ໃຫ້ແກ່ ມະຫາຊົນກ້າວໜ້າອ້ອມຂ້າງແຂວງ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ 20 ຂຶ້ນ ທີ່ ຫ້ອງປະຊຸມຄະນະຈັດຕັ້ງແຂວງ (ຫຼັງເກົ່າ) ເຜີຍແຜ່ເອກະສານໂດຍ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍມີ ມະຫາຊົນກ້າວໜ້າ ຈາກບັນດາພາກສ່ວນອ້ອມຂ້າງແຂວງ 16 ສະຫາຍ ຍິງ 5 ສະຫາຍ ເຂົ້າຮ່ວມ ຮ່ຳຮຽນ.
ການເປີດຮຽນ ຈຸດປະສົງ ເພື່ອເຮັດໃຫ້ ມະຫາຊົນທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບປະຫວັດຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ ຂອງ ພັກປະຊາຊົນປະຕິວັດລາວ ລວມທັງການຮຽນຮູ້ເນື້ອໃນພື້ນຖານ, ທິດສະດີ, ມາດຖານ ແລະ ເງື່ອນໄຂ ສຳລັບຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ພ້ອມທັງ ຂໍ້ຫ້າມຕ່າງໆ ທີ່ສະມາຊິກພັກຕ້ອງຍຶດຖື ເພື່ອນຳໄປເປັນພື້ນຖານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ. ເອກະສານມາເຊື່ອມຊຶມ ມີ 13 ຄຳຖາມ, 13 ຄຳຕອບ ໂດຍເນັ້ນໃສ່ຄວາມຮູ້ພື້ນຖານ ກ່ຽວກັບ ລັດທິ ມາກ-ເລນິນ, ຄຸນທາດການເມືອງຂອງສະມາຊິກພັກ, ຄວາມເປັນແບບຢ່າງນຳໜ້າ ແລະ ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ໃຫ້ແກ່ ມະຫາຊົນຜູ້ກ້າວໜ້າ. ການຮຽນຮູ້ນີ້ ຈະຊ່ວຍໃຫ້ມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກສຳຮອງ ເຂົ້າໃຈຢ່າງຊັດເຈນຕໍ່ ອຸດົມການ, ທາດແທ້ ແລະ ມາດຖານຂອງພັກ, ພ້ອມທັງ ເປັນພື້ນຖານໃຫ້ແຕ່ລະສະຫາຍ ສືບຕໍ່ຕັ້ງໜ້າຝຶກຝົນ, ຫຼໍ່ຫຼອມຕົນເອງ ໃຫ້ຄົບມາດຖານ ແລະ ເງື່ອນໄຂ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃນອະນາຄົດ ແລະ ກາຍເປັນກຳລັງແຮງທີ່ສຳຄັນ ໃນການສ້າງພັກໃຫ້ນັບມື້ເຂັ້ມແຂງ ແລະ ເຕີບໃຫຍ່ ຢ່າງຕໍ່ເນື່ອງ.