ແຂວງອຸດົມໄຊເຜີຍແຜ່ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຕິດພັນເນື້ອໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ

  
ແຂວງອຸດົມໄຊເຜີຍແຜ່ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຕິດພັນເນື້ອໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ
ເພື່ອຮັບປະກັນເຮັດໃຫ້ບັນດາເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງໄດ້ຮັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງພາຍໃນແຂວງ ອັນໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ. ມາໃນວັນທີ 12 ພຶດສະພານີ້ ແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຂຶ້ນຢ່າງເປັນທາງການ ຢູ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ,ປະທານສະພາປະຊາຊົນແຂວງອຸດົມໄຊ. ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອະດີດການນໍາຂອງແຂວງ, ສະພາປະຊາຊົນແຂວງ, ຄະນະພັກ-ຄະນະບັນຊາສອງກອງບັນຊາການ ປກຊ-ປກສ ແຂວງ, ຄະນະພັກ, ຄະນະພະແນກການ, ອົງການ, ເລຂາຄະນະບໍລິຫານງານພັກເມືອງ, ຮອງເລຂາພັກເມືອງ 7 ເມືອງ,ໂຮງຮຽນ, ໂຮງໝໍ, ທະນາຄານ, ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ເຊິ່ງລວມມີ: ບົດສະເໜີ ໂຄງການການເມືອງຂອງພັກ,ເຜີຍແຜ່ເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ,ເຜີຍແຜ່ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ X, ສະເໜີ ແຜນພັດທະນາເສດຖະກິດສັງຄົມ 5 ປີຂອງແຂວງ ພ້ອມນີ້ ຜູ້ເຂົ້າຮ່ວມຍັງຈະໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດ ຄໍາເຫັນ, ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອແນໃສ່ເຮັດໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.ກອງປະຊຸມຈະດຳເນີນເປັນເວລາ 2 ວັນຈິ່ງສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa