ສຳເລັດກອງປະຊຸມເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ

ສຳເລັດກອງປະຊຸມເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ
ກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງອຸດົມໄຊ ພາຍຫລັງດຳເນີນເປັນເວລາ 1 ວັນເຄິ່ງ ມາໃນຕອນເຊົ້າວັນທີ 12 ພຶດສະພາ ນີ້ ກໍໄດ້ອັດລົງດ້ວຍຜົນສຳເລັດ ທີ່ ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ. ມີບັນດາສະຫາຍກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ອະດີດການນໍາຂອງແຂວງ, ສະພາປະຊາຊົນແຂວງ, ຄະນະພັກ-ຄະນະບັນຊາສອງກອງບັນຊາການ ປກຊ-ປກສ ແຂວງ, ຄະນະພັກ, ຄະນະພະແນກການ, ອົງການ, ເລຂາຄະນະບໍລິຫານງານພັກເມືອງ, ຮອງເລຂາພັກເມືອງ 7 ເມືອງ,ໂຮງຮຽນ, ໂຮງໝໍ, ທະນາຄານ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.

ຕະຫຼອດໄລຍະດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມເນື້ອໃນເອກະສານສຳຄັນ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ເຊິ່ງມີ 4 ເນື້ອໃນ ເຊັ່ນ: ໂຄງການການເມືອງ ຂອງພັກ, ເນື້ອໃນເອກະສານສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຂອງແຂວງ. ພ້ອມນັ້ນແຕ່ລະພາກສ່ວນໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປ-ກົງມາ ສາມາດຍົກໃຫ້ເຫັນບັນດາຜົນສຳເລັດ ແລະ ບາງບົດຮຽນອັນສຳຄັນ ຕໍ່ການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ, ແຕ່ລະຂົງເຂດວຽກງານ. ພ້ອມນັັ້ນ ຍັງໄດ້ແລກປ່ຽນຄຳເຫັນຕໍ່ກັບບັນດາຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກນສືບຕໍ່ປັບປຸງ ແກ້ໄຂ ເພື່ອແນໃສ່ພັດທະນາແຂວງ ໄປຕາມແນວທາງ ຂອງພັກ.
ເພື່ອແນໃສ່ເຮັດໃຫ້ບັນດານະໂຍບາຍ, ທີ່ໄດ້ຮັບຮອງເອົາໃຫ້ເກີດເປັນຮູບປະທໍາໄດ້ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ຍົກສູງຄວາມສາມາດໃນການນຳພາຂອງພັກ ສ້າງກົນໄກການປະຕິບັດທີ່ເປັນເອກະພາບ, ໂປ່ງໃສ ແລະ ສ້າງສະຖຽນລະພາບ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການລົງທຶນແລະ ຮັບເອົານະວັດຕະກຳໃໝ່ ເພື່ອການພັດທະນາທີ່ວ່ອງໄວ ແລະ ຄົບວົງຈອນ. ພັກ ແລະ ອົງການບໍລິຫານຕ້ອງມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ປັບປຸງລະບຽບວິໄນ ແລະ ວິທີການຈັດຕັ້ງປະຕິບັດ ປ່ຽນຈາກການຄຸ້ມຄອງຕາມຄໍາສັ່ງໄປສູ່ການບໍລິຫານທີ່ເນັ້ນຜົນໄດ້ຮັບທີ່ຈັບຕ້ອງໄດ້, ປ່ຽນຈາກການປະເມີນຜົນດ້ວຍບົດລາຍງານ ໄປສູ່ການປະເມີນຈາກຜະລິດຕະພັນຕົວຈິງ, ຢຸດຕິການປັດຄວາມຮັບຜິດຊອບ, ເຊື່ອງອໍາຄວາມຜິດພາດ ແລະ ຕ້ອງມີຄວາມຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນກັບສັງຄົມ, ຖືເອົາປະຊາຊົນເປັນກົກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ສ້າງຖັນແຖວພະນັກງານໃຫ້ມີຄວາມສາມາດ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາ ແລະ ເປັນມືອາຊີບ, ພະນັກງານຕ້ອງກ້າຄິດ, ກ້າທໍາ, ກ້າປະດິດສ້າງ ແລະ ກ້າຮັບຜິດຊອບ, ຕ້ອງໃຫ້ໂອກາດ ແລະ ປົກປ້ອງພະນັກງານທີ່ກ້າປ່ຽນແປງ ເພື່ອຜົນປະໂຫຍດສ່ວນລວມ, ຕ້ອງແກ້ໄຂພະນັກງານທີ່ຂາດຄຸນທາດ, ເວົ້າດີ ແຕ່ເຮັດບໍ່ໄດ້ ແລະ ພະນັກງານທີ່ເລືອກວຽກ, ຕ້ອງສ້າງລັດເຮົາໃຫ້ເປັນລັດແຫ່ງກົດໝາຍນັບມື້ນັບເຂັ້ມແຂງ ທັນສະໄໝຂຶ້ນ, ສ້າງໃຫ້ລະບົບບໍລິຫານລັດໃຫ້ມີປະສິດທິພາບ, ມີລະບຽບວິໄນ, ໂປ່ງໃສ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ຂະນະດຽວກັນ ສະຫາຍເລຂາພັກແຂວງ ຍັງໄດ້ຍົກໃຫ້ເຫັນບົດບາດຂອງລະບົບການເມືອງໃນການຈັດຕັ້ງປະຕິບັດ ມະຕິຂອງບັນດາອົງການຈັດຕັ້ງຕ່າງໆ ຄື: ອົງການຈັດຕັ້ງພັກ ເປັນໃຈກາງໃນການກໍານົດຍຸດທະສາດ ແລະ ຄວບຄຸມການຜັນຂະຫຍາຍມະຕິ, ສະພາປະຊາຊົນແຂວງ ມີບົດບາດໃນການຕິດຕາມ, ກວດກາ ແລະ ຫັນເປັນນິຕິກໍາໃຫ້ທັນການ, ແກ້ໄຂສິ່ງກີດຂວາງ ແລະ ບໍ່ສ້າງຂັ້ນຕອນທີ່ບໍ່ຈໍາເປັນ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕິດຕາມ, ກວດກາ, ຂົນຂວາຍປະຊາຊົນເຂົ້າຮ່ວມ ແລະ ສະເໜີຄໍາຄິດຄໍາເຫັນທີ່ສ້າງສັນຕໍ່ພັກ ແລະ ລັດ, ອົງການປົກຄອງທ້ອງຖິ່ນ ມີບົດບາດເປັນແນວໜ້າໃນການຈັດຕັ້ງປະຕິບັດ ມະຕິໃຫ້ເກີດດອກອອກຜົນ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ພັດທະນາ ເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ. ສຳລັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແມ່ນມອບໃຫ້ຄະນະໂຄສະນາອົບຮົມແຂວງ, ເລຂາຄະນະພັກແຕ່ລະຂັ້ນ ແລະ ເລຂາພັກເມືອງ ເປັນຜູ້ຮັບຜິດຊອບໃນການເຜີຍແຜ່ເນື້ອໃນຂອງກອງປະຊຸມໃຫຍ່ໃຫ້ທົ່ວເຖິງທຸກເປົ້າໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa