

ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກໃໝ່
———-**——-
ວັນທີ 26 ມີນາ 2006 ທີ່ ຫ້ອງປະຊຸມພະແນກ ອຸດສາຫະກຳ ແລະ ການຄ້າ. ຄະນະໂຄສະນາອົມຮົມແຂວງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ ສະມາຊິກພັກໃໝ່ ຢູ່ ບັນດາໜ່ວຍພັກ ທີ່ຂື້ນກັບ ຄະນະພັກຮາກຖານ ພະແນກສຶກສາທິການ-ກິລາ, ພະແນກສາທາລະນະສຸກ ແລະ ໜ່ວຍພັກຮາກຖານຫ້ອງການສຶກສາທິການ-ກິລາ ແລະ ຫ້ອງການສາທາລະນະສຸກ ເມືອງໄຊ ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົມຮົມແຂວງ, ມີຄະນະພັກ ແລະ ສະມາຊິກພັກໃຫມ່ ເຂົ້າຮ່ວມ.
ເອກະສານທີ່ນຳມາເຊືອມຊືມ ປະກອບມີ: ເສີມຂະຫຍາຍມູນເຊື້ອຂອງພັກ, ຍົກສູງຄວາມສາມາດນໍາພາຂອງພັກ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ພາຍໃນພັກ ທັງນີ້ ກໍ່ເພື່ອແນໃສ່ເຮັດໃຫ້ ສະມາຊິກພັກ ຮັບຮູ້ ເຂົ້າໃຈ ກ່ຽວກັບການກຳເນີດ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມູນເຊື້ອ ແລະ ວິທີການຕົ້ນຕໍ່ໃນການເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງ ພັກປະຊາຊົນປະຕິວັດລາວ ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວນັ້ນ ເຮັດໃຫ້ ສະມາຊິກພັກມືຄວາມເອກອ້າງທະນົງໃຈ ແລະ ພ້ອມກັນເປັນເຈົ້າການເສີມຂະຫຍາຍມູນເຊື້ອຂອງພັກໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງແມ່ນພື້ນຖານໃຫ້ແກ່ການເຝິກຝົນຄຸນສົມບັດ ແລະ ການກະທຳຕົວຈິງ ຂອງ ພະນັກງານ, ສະມາຊິກພັກ, ສ່ອງແສງເຖິງຄວາມສາມາດໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ.