

ສຳເລັດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ການນຳ ແລະ ພະນັກງານຫຼັກແຫຼ່ງ ເມືອງປາກແບງ
———-//////////———–
ຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ການນຳ ແລະ ພະນັກງານຫຼັກແຫຼ່ງ ເມືອງປາກແບງ ພາຍຫຼັງທີ່ດຳເນີນມາເປັນໄລຍະເວລາ 2 ວັນ ກໍ່ໄດ້ສໍາເລັດລົງຢ່າງເປັນທາງການໃນວັນທີ 9 ເມສາ 2026 ນີ້ ທີ່ສະໂມສອນເມືອງປາກແບງ ພາຍໃຕ້ການເປັນປະທານຂອງ ທ່ານ ນາງມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມມີ ທ່ານ ໄຊຍະສິນ ສຸພັນທອງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະຮັບຜິດຊອບຈາກຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
ພາຍຫຼັງທີ່ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍ ກ່ຽວກັບພື້ນຖານຂອງວຽກງານໂຄສະນາ, ຄຸນລັກສະນະ ແລະສິນລະປະໃນການເວົ້າ, ການໂຄສະນາຜ່ານສື່, ບັນດານິຕິກຳ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາກໍ່ໄດ້ມີການແລກປ່ຽນສົນທະນາປະສົບການ,ບົດຮຽນຕົວຈິງໃນໄລຍະຜ່ານມາເປັນຕົ້ນແມ່ນການໂຄສະນາ-ປາຖະກະຖາແນວໃດໃຫ້ດຶງດູດ ແລະຈັບອົກຈັບໃຈຜູ້ຟັງ, ໂຄສະນາ – ປຸກລະດົມແນວໃດ ໃຫ້ມີຫຼາຍຮູບ, ຫຼາຍສີ, ຫຼາຍວິທີການ ໂດຍການໂຄສະນາເຊິ່ງໜ້າ, ໂດຍການຈັດກອງປະຊຸມ ແລະການໂຄສະນາ-ປຸກລະດົມຜ່ານສື່ມວນຊົນ ເຊັ່ນ: ເຟສບຸກ, ວັອດແອັບ, ຕິກຕັອກ, ໂທລະພາບ, ວິທະຍຸ, ໂທລະໂຄ່ງ ແລະ ສື່ອື່ນໆ
ຈາກນັ້ນ ສຳມະນາກອນ ກໍ່ໄດ້ຂື້ນທົດລອງປາຖະກະຖາແຕ່ລະຂົງເຂດຄື: ຂົງເຂດການເມືອງ, ເສດຖະກິດ,ວັດທະນະທຳ-ສັງຄົມ ແລະ ຂົງເຂດປົກປ້ອງກົດໝາຍເຊິ່ງໄດ້ຍົກເອົາຫົວຂໍ້ວັນປະຫວັດສາດສໍາຄັນຂອງຊາດ,ຂອງພັກ, ວັນຄ້າຍວັນເກີດທ່ານຜູ້ນຳມາໂຄສະນາ -ປາຖະກະຖາ ຕົວຈິງ ເພື່ອຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ນຳໄປປັບໃຊ້ເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນໃນຕໍ່ໜ້າ ແລະ ໄດ້ມີການມອບໃບຍັ້ງຍືນສຳເລັດການເຂົ້າຮ່ວມຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ສໍາມະນາກອນໝົດ 34 ທ່ານ ຍິງ 04 ທ່ານ ໃຫ້ກຽດມອບໂດຍທ່ານ ນາງມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໂດຍແມ່ນບັນດາທ່ານນັກສຳມະນາກອນທີ່ເຂົ້າຮ່ວມເປັນຜູ້ຮັບ
ໂອກາດນີ້ ປະທານກອງປະຊຸມ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຈົ່ງນຳເອົາເນື້ອໃນຈິດໃຈ ແລະ ບົດຮຽນທີ່ໄດ້ຖອດຖອນໄດ້ໃນ 2 ວັນນີ້ ໄປຄົ້ນຄວ້າໃຫ້ເລິກເຊິ່ງ, ກຳໃຫ້ແໜ້ນ ແລະ ຫັນເປັນແຜນການເຄື່ອນໄຫວຕົວຈິງ. ໂດຍໃຫ້ສົມທົບຢ່າງກົມກຽວ ລະຫວ່າງ “ທິດສະດີ ທີ່ໄດ້ຮຽນຮູ້ກັບ ບົດຮຽນປະສົບການຕົວຈິງ”ຂອງແຕ່ລະສະຫາຍ ເພື່ອຍົກສູງຄຸນນະພາບ ແລະ ຂີດຄວາມສາມາດ ໃນການເຄື່ອນໄຫວວຽກງານໂຄສະນາ-ປາຖະກະຖາ ຢູ່ຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີໃບໜ້າໃໝ່ ທີ່ຕັ້ງໜ້າ ແລະ ມີປະສິດທິຜົນສູງຂື້ນກວ່າເກົ່າ.