

ພິທີ ເປີດຊຸດຮຽນ ທິດສະດີ ການເມືອງ ຂັ້ນຕົ້ນ ຮຸ່ນທີ IX ຂອງ ໂຮງຮຽນ ທິດສະດີ ການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 11 ກຸມພາ ນີ້ ທີ່ ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄຳຟອງ ພັດທະມາວົງ ຫົວຫນ້າ ໂຮງຮຽນການເມືອງ ແລະ ການປົຄອງແຂວງ, ມີຕາງຫນ້າ ຂະແຫນງການກ່ຽວຂ້ອງຂັ້ນແຂວງ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຂັ້ນຕົ້ນ ຮຸ່ນທີ IX.
ການເປີດຊຸດຮຽນ ເພື່ອ ບຳລຸງ ທິດສະດີ ການເມືອງ ໃຫ້ແກ່ ພະນັກງານ, ທະຫານ-ຕຳຫລວດ ທີ່ພວມດຳລົງຕຳແຫນ່ງ ປະເພດ 4-6 ຢູ່ບັນດາອົງການຈັດຕັ້ງ ພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງອຸດົມໄຊ, ແນໃສ່ໃນການຍົກລະດັບ ຄວາມຮູ້, ຄວາມສາມາດ ທາງດ້ານທິດສະດີ ການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ກົດຫມາຍ ແລະ ການຄຸ້ມຄອງ ບໍລິຫານລັດ, ເຮັດໃຫ້ພະນັກງານມີແນວຄິດ ຫລັກຫມັ້ນຊົນຊັ້ນກຳມະກອນ, ເຊື່ອຫມັ້ນຕໍ່ການນຳພາຂອງພັກ, ອຸດົມການ, ແນວທາງການປ່ຽນແປງໃຫມ່ຢ່າງຮອບດ້ານ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຫ້າວ ຫັນເປັນແບບຢ່າງໃນທຸກວຽກງານ, ປະຕິບັດຫນ້າທີ່ຢ່າງມີຄຸນນະພາບ, ສ້າງພະນັກງານ ນຳພາ-ຄຸ້ມຄອງ ຢູ່ຂັ້ນແຂວງ ແລະ ເມືອງ ໃຫ້ມີຄຸນທາດການເມືອງຫນັກແຫນ້ນ, ມີລະດັບຄວາມສາມາດ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ ໃຫ້ປະກົດຜົນເປັນຈິງ.
ສຳລັບ ນັກສຶກສາ ໃນຊຸດຮຽນນີ້ ແມ່ນມາຈາກ ບັນດາພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງ, ບັນດາເມືອງ ແລະ ກອງພົນທະຫານຮາບທີ 3 ລວມທັງຫມົດ 41 ສະຫາຍ, ຍິງ 11 ສະຫາຍ ແລະ ຈະໄດ້ຈັດຕັ້ງປະຕິບັດ ການຮຽນ-ການສອນ ທັງຫມົດ 3 ເດືອນ ໂດຍເລີ່ມແຕ່ ວັນທີ 11 ກຸມພາ – 11 ພຶດສະພາ ໃນນີ້ ປະກອບມີ: ຂຶ້ນຫ້ອງ ຮັບຟັງການບັນລະ ຍາຍ, ສຳມະນາ, ສອບເສັງ, ຂຽນບົດລາຍງານ, ຮັບຟັງການລາຍງານເພີ່ມ, ທັດສະນະສຶກສາ, ເກັບກຳຂໍ້ມູນ ແລະ ຂຽນບົດຈົບຊັ້ນ. ໂອກາດ ດັ່ງກ່າວ ທ່ານ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນ ພ້ອມທັງ ໂອ້ລົມ ຕໍ່ນັກສຶກສາ ໃນຊຸດຮຽນ ດັ່ງກ່າວ ຕື່ມອີກ.
ພາບ – ຂ່າວ: ຄານມະນີ ຮຽນດໍຈັນ