ຄະນະໂຄສະນາອົບຮົມແຂວງ ເຜີຍແຜ່ ເຊື່ອມຊຶມ ເອກະສານ ເພື່ອກະກຽມໃສ່ການເລືອກຕັ້ງ ສສຊ ຊຸດທີ X, ສສຂ ຊຸດທີ V ແລະ ຄຸນສົມບັດ ແບບແຜນວິທີນຳພາ ຂອງ ປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມແຂວງ ເຜີຍແຜ່ ເຊື່ອມຊຶມ ເອກະສານ ເພື່ອກະກຽມໃສ່ການເລືອກຕັ້ງ ສສຊ ຊຸດທີ X, ສສຂ ຊຸດທີ V ແລະ ຄຸນສົມບັດ ແບບແຜນວິທີນຳພາ ຂອງ ປະທານ ໄກສອນ ພົມວິຫານ
——000——ແສງອາທິດ
ໃນຕອນເຊົ້າຂອງ ວັນທີ 14 ມັງກອນ 2026 ທີ່ ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ມີການຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ໂດຍມີ ທ່ານ ລໍ ຂຸນລໍ, ທ່ານ ສາຍດຳ ໃຈຫລ້າ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວຫນ້າ-ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ເນື້ອໃນເອກະສານທີ່ນຳມາເຜີຍແຜ່ ເຊື່ອມຊຶມ ປະກອບມີ: ເອກະສານກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ເອກະສານກ່ຽວກັບຄຸນສົມບັດ, ສິນທຳປະຕິວັດ ແລະ ແບບແຜນການນຳພາ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ. ພິທີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ 5 ເອກະສານ ແລະ ແຈ້ງການຈຳນວນໜຶ່ງ ການຈັດເຜີຍແຜ່ນີ້ ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງ ທາງດ້ານການເມືອງ ແລະ ແນວຄິດ ໂດຍສະເພາະ ວຽກງານການເລືອກຕັ້ງ ການເຊື່ອມຊຶມເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເປັນການກະກຽມຄວາມພ້ອມທາງດ້ານຈິດໃຈ ແລະ ນິຕິກຳ ໃຫ້ແກ່ ພະນັກງານໂຄສະນາອົບຮົມ ເຊິ່ງເປັນກະບອກສຽງສຳຄັນ ທີ່ຈະຕ້ອງນຳໄປເຜີຍແຜ່ຕໍ່ໃຫ້ແກ່ ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບສິດ ແລະ ໜ້າທີ່ຂອງພົນລະເມືອງລາວ ໃນການເລືອກເອົາຕົວແທນເຂົ້າໃນການບໍລິຫານປະເທດຊາດ, ຮັບປະກັນໃຫ້ການເລືອກຕັ້ງທີ່ຈະມາເຖິງ ດຳເນີນໄປຢ່າງມີປະສິດທິພາບ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ສຳລັບ ການຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ ເພື່ອເປັນການຫວນຄືນ ແລະ ເພື່ອເປັນການປຸກລະດົມຈິດໃຈຮັກຊາດ, ຮຽນຮູ້ແບບແຜນວິທີເຮັດວຽກ, ການດຳລົງຊີວິດທີ່ປອດໃສ ຂາວສະອາດ ແລະ ຄວາມເສຍສະຫຼະ ຂອງ ປະທານ ໄກສອນ ພົມວິຫານ ເພື່ອນຳມາເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງຂອງ ພະນັກງານໃນຍຸກປັດຈຸບັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານການເມືອງ-ແນວຄິດ, ການຍົກສູງຄວາມຮັບຜິດຊອບ ແລະ ຍັງເປັນການຝຶກຝົນທັກສະ, ການຖ່າຍທອດຄວາມຮູ້ ແລະ ສ້າງຄວາມເປັນແບບຢ່າງນຳໜ້າ ໃຫ້ສົມຄູ່ກັບ ພະນັກງານທີ່ເຮັດວຽກງານແນວຄິດ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa