

ພິທີເປີດຮຽນ ສະໜັບສະໜູນ ໃຫ້ແກ່ ມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນ ສະມາຊິກພັກ ຢູ່ອ້ອມແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 7 ມັງກອນ 2026 ທີ່ຫ້ອງປະຊຸມຄະນະໂຄສະອົບຮົມແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສາຍດຳ ໃຈຫຼ້າ ກຳມະການໜ່ວຍພັກ,ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນກ້າວໜ້າທີ່ຈະຂະຫຍາບເຂົ້າພັກຢູ່ອ້ອມຂ້າງແຂວງເຂົ້າຮ່ວມ.
ການເປີດຮຽນສະໜັບສະໜູນ ເພື່ອເຮັດໃຫ້ມະຫາຊົນທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້, ເຂົ້າໃຈ ຄວາມເປັນມາຂອງ ພັກປະຊາຊົນປະຕິວັດລາວ, ທີ່ຕັ້ງ, ພາລະບົດບາດ ໜ້າທີ່ ຂອງ ພັກປະຊາຊົນປະຕິວັດລາວ, ກຳໄດ້ເນື້ອໃນ, ທິດສະດີ, ຂໍ້ມູນພື້ນຖານ ແລະ ມາດຖານຂອງຜູ້ທີ່ມີເງື່ອນໄຂເຂົ້າເປັນສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ເພື່ອເປັນຄະຕິພື້ນຖານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ. ເອກະສານທີ່ນໍາມາເຊື່ອມຊຶມ ລວມມີ 13 ຄໍາຖາມ, 13 ຄໍາຕອບ. ໂດຍສະເພາະຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານ ລັດທິມາກ-ເລນິນ, ຄຸນທາດການເມືອງຂອງສະມາຊິກພັກ, ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຄຸນສົມບັດສິນທໍາປະຕິວັດຂອງສະມາຊິກພັກ ເພື່ອເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ. ທັງນີ້ ເພື່ອແນໃສ່ເຮັດໃຫ້ ມະຫາຊົນກ້າວໜ້າ, ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກສຳຮອງ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ຜູ້ທີ່ຈະເປັນສະມາຊິກພັກ, ບົນພື້ນຖານຄວາມຮັບຮູ້ ເຂົ້າໃຈ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງເປັນເຈົ້າການ ເພື່ອໃຫ້ຄົບມາດຖານ, ເງື່ອນໄຂ ຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະ ເພື່ອເປັນກໍາລັງແຮງໃຫ້ແກ່ພັກນັບມື້ເຕີບໃຫຍ່ເຂັ້ມແຂງ ຂຶ້ນເລື້ອຍໆ.
ພາບ-ຂ່າວ: ສຸວັນທອງ ປັນຍາຂັນ