ຄະນະໂຄສະນາອົບຮົມ 3 ແຂວງ ສປປ ລາວ ແລະ ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ສສ ຫວຽດນາມເຊັນບົດບັນທຶກຊ່ວຍຈຳຮ່ວມກັນ

 
ໃນກອງປະຊຸມພົບປະແລກປ່ຽນລະຫວ່າງຄະນະຜູ້ແທນໂຄສະນາອົບຮົມ 3 ແຂວງຂອງ ສປປລາວ ແລະ ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ສສ ຫວຽດນາມ ທີ່ຫ້ອງປະຊຸມ ສະໂມສອນຮວາບານ (ດອກບານ) ເຂດດຽນບຽນຟູ ແຂວງ ດຽນບຽນ ສສ ຫວຽດນາມ ໃນວັນທີ 17 ທັນວາ 2025 ນີ້ ຄະນະຜູ້ແທນ ທັງ 4 ແຂວງໄດ້ພ້ອມກັນ ສັງເກດຕີລາຄາການປະຕິບັດເນື້ອໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະໂຄສະນາສຶກສາ ແລະຂົນຂວາຍ ຄະນະພັກແຂວງດຽນບຽນກັບຄະນະໂຄສະນາອົບຮົມ 3 ແຂວງຂອງ ສປປ ລາວທີ່ໄດ້ເຊັນກັນໃນເດືອນ ມິຖຸນາ 2019 ຜ່ານມາ.

ບົນພື້ນຖານບັນດາຄວາມເຂົ້າໃຈການພົວພັນຮ່ວມມື ລະຫວ່າງແຂວງດຽນບຽນ ກັບແຂວງ ອຸດົມໄຊ, ຜົ້ງສາລີ, ຫຼວງພະບາງ ແລະ ຄວາມຈຳເປັນໃນການປະຕິບັດໜ້າທີ່ການເມືອງທີ່ມີການພົວພັນເຖິງວຽກງານໂຄສະນາສຶກສາ, ໂຄສະນາອົບຮົມຂອງບັນດາແຂວງໃນໄລຍະຕໍ່ໜ້າ, ບັນຕາຝ່າຍໄດ້ ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືໃນໄລຍະຕໍ່ໄປດ້ວຍບັນດາເນື້ອໃນຄື: ບັນດາຝ່າຍສືບຕໍ່ຍູ້ແຮງວຽກງານໂຄສະນາສຶກສາໃຫ້ແກ່ຖັນແຖວພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຂອງບັນດາແຂວງກ່ຽວກັບມູນເຊື້ອໄມຕີຈິດມິດຕະພາບອັນຫຍິ່ງໃຫຍ່. ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ- ຫວຽດນາມ, ຫວຽດນາມ- ລາວເວົ້າລວມ, ເວົ້າສະເພາະ ແຂວງດຽນບຽນ- ແຂວງ ອຸດົມໄຊ, ຜົ້ງສາລີ, ຫຼວງພະບາງ; ລະຫວ່າງຄະນະໂຄສະນາອົບຮົມ 3 ແຂວງ ແລະ ຄະນ ໂດສະນາສຶກສາ ແລະ ຂົນຂວາຍປະຊາຊົນຄະນະພັກແຂວງດຽນບຽນ; ບັນດາຝ່າຍສືບຕໍ່ຮວມມື, ແລກປ່ຽນຂໍ້ມູນຂ່າວສານ, ປະສົບປະການ ແລະ ການປະສານສົມທົບໃນ ຂົງເຂດການເຄື່ອນໄຫວຂອງວຽກງານໂຄສະນາສຶກສາ, ໂຄສະນາອົບຮົມ;ຍູ້ແຮງວຽກງານໂຄສະນາຕໍ່ບັນດາໝາກຜົນໃນການຈັດຕັ້ງປະຕິບັດບັນດາເອກະສານ ບົດຄວາມຄວາມເຂົ້າໃຈ ລະຫວ່າງແຂວງດຽນບຽນກັບ 03 ແຂວງ: ຜົ້ງສາລີ,ອຸດົມໄຊ ແລະ ຫຼວງພະບາງ ໃຫ້ຮັບຜົນຢ່າງສູງ; ສືບຕໍ່ສະໜອງເອກະສານກ່ຽວກັບດ້ານວິຊາສະເພາະວຽກງານໂຄສະນາສຶກສາຈໍານວນ ໜື່ງເປັນເອກະສານໃນການຄົ້ນຄ້ວາ, ອ້າງອີງ; ເພີ່ມທະວີຈັດຕັ້ງບັນດາການເຄື່ອນໄຫວຮໍ່າຮຽນ, ແລກ ຽນປະສົບປະການໃນວຽກງານ; ແລກປ່ຽນບົດຮຽນເຊິ່ງກັນແລະກັນໃນວຽກງານເກັບກຳຫາງສຽງສັງຄົມແລະ ຕໍ່ສູ້, ຕອບຕ້ານກັບບັນດາຫາງສຽງບົດເບືອນຂອງບັນດາອິດທິກຳລັງບໍລະປັກ ທາງໄຊເບີ ແນໃສ່ລອກລວງ, ຄໍາໃສ່ຮ້າຍປ້າຍສີຕໍ່ຄວາມສາມັກຄີມິດຕະພາບລະຫວ່າງສອງຊາດ, ສອງປະຊາຊົນຫວຽດນາມ- ລາວ ລະຫວ່າງແຂວງດຽນບຽນກັບແຂວງ ອຸດົມໄຊ, ຜົ້ງສາລີ, ຫຼວງພະບາງ, ແລກປ່ຽນປະສົບປະການໃນວຽກງານການຄຸ້ມຄອງ, ການຊີ້ນໍາໜັງສືພິມ, ວິທະຍຸ, ໂທລະພາບ; ວຽກງານການລວບລວມ, ບັນນາທິການຂໍ້ມູນຂ່າວສານ ແລະ ເຫັນດີເປັນເອກະພາບກັນຈັດກອງປະຊຸມພົບປະຄັ້ງຕໍ່ໄປ ໂດຍແມ່ນຄະນະໂຄສະນາອົບຮົມ ແຂວງ ອຸດົມໄຊ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວຈະເປັນເຈົ້າພາບ, ໃນປີ 2027.
ຮ່ວມເຊັນບົດບັນທຶກຊ່ວຍຈຳໃນຄັ້ງນີ້ ຝ່າຍລາວ ຕາງໜ້າແຂວງ ອຸດົມໄຊ ໂດຍສະຫາຍ ນ. ມະນີຈັນ ວິໄລຈິດ ກຳມະການປະຈຳພກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ອຸດົມໄຊ, ຕາງໜ້າແຂວງ ຜົ້ງສາລີ ໂດຍສະຫາຍ ນ. ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ; ຕາງໜ້າແຂວງ ຫຼວງພະບາງ ໂດຍສະຫາຍ ສົມຈິດ ສິງລໍຄຳ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະຝ່າຍຫວຽດນາມ ຕາງໜ້າແຂວງດຽນບຽນ ໂດຍສະຫາຍ ວື ອາບັງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ຊ່ອງໜ້າ ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກແຂວງດຽນບຽນ ແລະຄະນະໂຄສະນາອົບຮົມ 3 ແຂວງຂອງ ສປປ ລາວເຂົ້າຮ່ວມ.
ບົນຈິດໃຈຄວາມສາມັກຄີ, ມິດຕະພາບແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນັບຖືເຊິ່ງກັນ ແລະ ກັນ ຄະນະຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນຄະນະພັກແຂວງດຽນບຽນສາທາ ລະນະລັດສັງຄົມນິຍົມຫວຽດນາມ ແລະ ຄະນະຜູ້ແທນຄະນະໂຄສະນາອົບຮົມ 3 ແຂວງ ອຸດົມໄຊ, ຜົ້ງສາລີ ແລະ ຫຼວງພະບາງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ພ້ອມກັນເຫັນດີເປັນຢ່າສູງ ແລະຢັ້ງຢືນວ່າ: ວຽກງານໂຄສະ ນາສຶກສາ ແລະຂົນຂວາຍປະຊາຊົນ, ວຽກງານໂຄສະນາອົບຮົມ ມີບົດບາດສໍາຄັນທີ່ສຸດ, ປະກອບສ່ວນເສີມສ້າງຄວາມໄວ້ເນື້ອເຊື່ອໃຈ, ປັບປຸງໜັກແໜ້ນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມເວົ້າລວມ, ເວົ້າ ສະເພາະ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນຄະນະພັກແຂວງດຽນບຽນ ກັບ ຄະນະ ໂຄສະນາອົບຮົມ 3 ແຂວງ, ສປປ ລາວ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa