

ວັນທີ 1 ທັນວາ 2025 ທີ່ ສະໂມສອນໃຫຍ່ຂອງແຂວງອຸດົມໄຊ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການເປັນປະທານຂອງ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີ ສະຫາຍ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ; ຄະນະປະຈຳພັກແຂວງ; ຄະນະບໍລິຫານງານພັກແຂວງ; ອາດີດການນຳ; ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ; ບໍລິສັດ, ລັດວິສາຫະກິດ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດ ພະນັກງານ, ຄູ-ອາຈານ, ແພດໝໍ ແລະ ເຍົາວະຊົນ-ຊາວໜຸ່ມ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງແຂວງ ໃນໄລຍະ 5 ປີ ຜ່ານມາ 2021-2025 ແລະ ທິດທາງແຜນການ 5 ປີ 2026-2030. ຕະຫຼອດໄລຍະຜ່ານມາ ຄະນະພັກ, ອົງການການປົກຄອງແຂວງ ໄດ້ຮ່ວມກັບ ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ທຸກຊັ້ນຄົນໃນສັງຄົມຢ່າງເປັນປົກກະຕິຕໍ່ເນື່ອງ, ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດຂອງແຂວງ ຕິດພັນກັບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສາມາດເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 4.64%, ລວມມູນຄ່າຕາມລາຄາໃນປີ ບັນລຸ 11,672.85 ຕື້ກີບ ລາຍຮັບສະເລ່ຍ ຕໍ່ຫົວຄົນ ບັນລຸ 1,500 ໂດລາສະຫະລັດ, ອັນພົ້ນເດັ່ນ ສາມາດດຶງດູດການລົງທຶນເຂົ້າມາພັດທະນາແຂວງ ໄດ້ 16,102.97 ຕື້ກວ່າກີບ ລື່ນແຜນການ 3 ເທົ່າຕົວ; ດຶງດູດ, ອໍານວຍຄວາມສະດວກ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາໂຄງການຂະໜາດໃຫຍ່ ເຊັ່ນ: ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ ບໍລິສັດ CGN, ໂຄງການພັດທະນາຕົວເມືອງທັນສະໄໝ ຂອງ ບໍລິສັດ ອຳມະຕະ ຢູ່ ເມືອງນາໝໍ້, ໂຮງງານຊີມັງອຸດົມໄຊ-ຈຽງເກີ, ໂຄງການເຂື່ອນໄຟຟ້ານໍ້າຂອງ ເມືອງປາກແບງ ແລະ ໂຄງການອື່ນໆ. ພ້ອມກັນນີ້, ໂຄງການລົງທຶນຂະໜາດກາງ, ຂະໜາດນ້ອຍ ດ້ານການຜະລິດກະສິກຳ, ອຸດສະຫະກຳ, ການບໍລິການ ໂຮງແຮມ, ເຮືອນພັກ ຕິດພັນ ການທ່ອງທ່ຽວ, ການຂົນສົ່ງ ແລະ ອື່ນໆ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນ; ສຸມໃສ່ຈັດເກັບລາຍຮັບໄດ້ເກີນແຜນ 5 ປີຕໍ່ເນື່ອງ, ສາມາດຈັດເກັບລາຍຮັບເຂົ້າງົບປະມານ ທັງໝົດ 1,409 ຕື້ກວ່າກີບ ລື່ນແຜນ 34.46%; ຄຸ້ມຄອງລາຍຈ່າຍງົບປະມານໄດ້ຕາມແຜນ ແລະ ຖືກຕ້ອງຕາມມາດຕະການ ປະຢັດມັດທະຍັດ ທີ່ລັດຖະບານກໍານົດອອກ. ຄະນະຮັບຜິດຊອບຂັ້ນແຂວງ ໄດ້ສະເໜີໄປຍັງຄະນະຮັບຜິດຊອບຂັ້ນສູນກາງ ພິຈາລະນາ ອະນຸມັດ ເຊີ່ງລວມຜູ້ທີ່ມີ ມາດຖານ-ເງື່ອນໄຂ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ທົ່ວແຂວງ ຈຳນວນ 7,875 ສະຫາຍ, ຍິງ 1.652 ສະຫາຍ; ໃນນີ້, ຂັ້ນແຂວງ ມີ 2,805 ສະຫາຍ, ຂັ້ນເມືອງ 5,070 ຫາຍ. ພະນັກງານ-ລັດຖະກອນ ທີ່ປະຈຳການ ຈຳນວນ 2,951 ສະຫາຍ; ພະນັກງານບຳນານ ຈໍານວນ 780 ສະຫາຍ; ກອງບັນຊາການທະຫານແຂວງ ຈຳນວນ 1,591 ສະຫາຍ; (ສໍາລັບກຳລັງປ້ອງກັນຄວາມສະ ງົບແມ່ນຂຶ້ນກັບສາຍຕັ້ງອະນຸມັດສະເພາະ); ຜູ້ມີຜົນງານພິເສດ ທີ່ໄດ້ຮັບຫຼຽນນາມມະຍົດຕ່າງໆ ຈໍານວນ 4 ສະຫາຍ; ພະນັກງານອຸດໜູນເສຍອົງຄະ ແລະ ອຸດໜູນເສຍກໍາລັງແຮງງານ ຈໍານວນ 184 ສະຫາຍ; ລັດວິສະຫະກິດ ແລະ ກຸ່ມທະນາຄານ ຈໍານວນ 178 ສະຫາຍ; ນັກທຸລະກິດ, ຜູ້ປະກອບການ ຈໍານວນ 84 ພາກສ່ວນ, ໃນນີ້ ຂັ້ນແຂວງ ຈະມອບ 46 ພາກສ່ວນ ແລະ ຂັ້ນເມືອງ 38 ພາກສ່ວນ; ບຸກຄະລາກອນຂັ້ນບ້ານ ທັງໝົດ 2,127 ສະຫາຍ; ສໍາລັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ໄດ້ຮັບຊຸດ 2 ມີ 175 ຫຼຽນ, ໃຫ້ກຽດຂື້ນປະດັບຫຼຽນໂດຍ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ຢ່າງສົມກຽດ.
ທັງນີ້ ເພື່ອເປັນການລະນຶກເຖິງບຸນຄຸນ, ຄຸນງາມຄວາມດີ ຂອງ ນັບຮົບແຂ່ງຂັນແຫ່ງຊາດ, ການນໍາ, ອາດິດການນໍາ ພັກ-ລັດ ທຸກຂັ້ນໃນທົ່ວແຂວງ, ນັກທຸລະກິດ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ທະນາຄານ, ລັດວິສາຫະກິດ ຕະຫຼອດຮອດ ຄູ-ອາຈານ, ແພດ-ໝໍ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ ອຸທິດ, ທຸມເທເຫື່ອແຮງ, ສະຕິປັນຍາ ທັງກາຍ, ທັງໃຈ, ວັດຖຸ, ທຶນຮອນ, ປະກອບສ່ວນ ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະ ກໍ່ຄື ການປົກປັກສ້າງສາ ແລະ ສ້າງສາພັດທະນາ ແຂວງອຸດົມໄຊ.
ຂ່າວ: ສຸວັນທອງ ປັນຍາຂັນ
ພາບ: ແສງອາທິດ ຈິດຕະບຸບຜາ