ການນຳ ພັກ-ລັດ ແລະ ພະນັກງານ-ທະຫານ-ຕຳຫຼວດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດ ພິທີສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງຄຶກຄື້ນ ແລະ ມີຄວາມໝາຍສຳຄັນ

ໃນຕອນເຊົ້າຂອງວັນທີ 2 ທັນວາ 2025, ທີ່ສະໂມສອນແຂວງອຸດົມໄຊ, ໄດ້ມີການຈັດພິທີເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025) ຈາກນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ສະຫາຍ ຄຳດີ ວົງລ້ອມ, ຮອງເລຂາພັກແຂວງ, ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ. ພິເສດ, ຍັງມີບັນດາອະດີດການນຳພັກ-ລັດ ຂອງແຂວງ ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ນອກຈາກນີ້, ຍັງມີບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຈາກກອງບັນຊາການ ປກຊ – ປກສ ແຂວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ລັດຖະກອນ ຈາກພະແນກການກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ແລະ ເອກອ້າງທະນົງໃຈ.
ໃນພິທີ, ບັນດາການນຳ ແລະ ຜູ້ເຂົ້າຮ່ວມ ໄດ້ຕັ້ງໃຈຮັບຊົມ ແລະ ຮັບຟັງການຖ່າຍທອດສົດ ການກ່າວສູນທອນພົດ ຂອງການນຳຂັ້ນສູງ ແລະ ຮັບຊົມພາບການເດີນສວນສະໜາມ ອັນຍິ່ງໃຫຍ່ຕື່ນຕາຕື່ນໃຈ ຂອງກ້ອນກຳລັງຕ່າງໆ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມຈະເລີນຮຸ່ງເຮືອງ ແລະ ມູນເຊື້ອອັນພິລະອາດຫານຂອງຊາດລາວ ຕະຫຼອດໄລຍະ 50 ປີຜ່ານມາ.
ການເຂົ້າຮ່ວມຮັບຊົມການຖ່າຍທອດສົດໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມສະຫຼອງວັນປະຫວັດສາດຂອງຊາດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມຈິດໃຈຮັກຊາດ, ເຊີດຊູມູນເຊື້ອ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງອຸດົມໄຊ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງຍິ່ງໆຂຶ້ນໄປ.
ພາບ-ຂ່າວ:ແສງອາທິດ

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa