ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ

 

 

ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ

ຕອນເຊົ້າ ວັນທີ 21 ພະຈິກ 2025 ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2025 ທີ່ ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ກົງຈັນ ໄພມະນີ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຫົວໜ້າສະຫະພັນແມ່ຍິງໜ່ວຍ, ເປັນກຽດເຂົ້າຮ່ວມມີ ທ່ານ ລໍ ຂຸນລໍ ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີແຂກເຊີນ ຈາກສະຫະພັນແມ່ຍິງໜ່ວຍອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງ ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ປະຈຳປີ 2025 (2021-2025) ແລະ ຜ່ານທິດທາງແຜນການ ໄລຍະ 5 ປີ (2026-2030) ຕິດພັນກັບ ການປະກາດ ສ້າງຕັ້ງສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ເປັນສະຫະພັນແມ່ຍິງຮາກຖານ. ເຊິ່ງສະຫຼຸບຍົກໃຫ້ເຫັນການຈັດຕັ້ງປະຕິບັດ ວຽກງານຂໍ້ແຂ່ງຂັນສາມດີ, ວຽກງານວິຊາສະເພາະໄດ້ຮັບການເຄື່ອນໄຫວມີຜົນສຳເລັດຕາມລະດັບຄາດໜາຍ ໃນນັ້ນ ການປະຕິບັດຂໍ້ແຂ່ງຂັນ ໃນການເປັນພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ປະຕິບັດໄດ້ 100%, ອັນພົ້ນເດັ່ນ ສະມາຊິກແມ່ຍິງພາຍໃນໜ່ວຍ ກໍໄດ້ເອົາໃຈໃສ່ສ້າງເສດຖະກິດຄອບຄົວນອກໂມງການ, ສ້າງເງິນກອງທຶນພາຍໃນໜ່ວຍ ແລະ ມີ 2 ຄອບຄົວ ສາມາດສ້າງລາຍຮັບເພີ່ມ 10-50 ລ້ານກີບຕໍ່ເດືອນ, ພ້ອມຜ່ານແຜນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ປະຈຳປີ 2026 ຈັບມືກັນແຂ່ງຂັນ ເພື່ອປະຕິບັດຕາມແຜນການທີ່ວາງໄວ້.

ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອານຸມັດ ສ້າງຕັ້ງສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ເປັນສະຫະພັນແມ່ຍິງຮາກຖານ ແລະ ຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະປະທານສະຫະພັນແມ່ຍິງຮາກຖານ ຄະນະໂຄສະນາອົບຮົມແຂວງ ຈໍານວນ 3 ທ່ານ ດັ່ງນີ້: ທ່ານ ນາງ ກົງຈັນ ໄພມະນີ ເປັນປະທານສະຫະພັນແມ່ຍິງຮາກຖານ, ຄະນະໂຄສະນາອົບຮົມແຂວງ, ທ່ານ ນາງ ສຸໄພລີນ ອິນພູວຽງ ເປັນຮອງ ແລະ ທ່ານ ນາງ ດາວອນ ແກ້ວມະນີ ເປັນຄະນະຮາກຖານ; ແຕ່ງຕັ້ງ ທ່ານ ນາງສຸໄພລິນ ອິນພູວຽງ ເປັນປະທານກວດກາ ແລະ ທ່ານ ນາງ ຈັນຫອມ ຈັນທະວົງ ເປັນຮອງປະທານກວດກາ ສະຫະພັນແມ່ຍິງຮາກຖານ ຄະນະໂຄສະນາອົບຮົມແຂວງ.

ຕອນທ້າຍຂອງກອງປະຊຸມ ທ່ານ ລໍ ຂຸນລໍ ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມ ຊີ້ນໍາ ຕໍ່ສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ ຄະນະຊຸດໃໝ່ ເອົາໃຈໃສ່ນຳພາສະມາຊິກ ເຄື່ອນໄຫວດ້ວຍຄວາມເປັນແບບຢ່າງ ພ້ອມກັນນຳເອົາທິດທາງແຜນການໄປຈັດຕັ້ງປະຕິບັດໃຫ້ມີຮັບຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa