

ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ຄັ້ງທີ XVI ໄດ້ຈັດຂຶ້ນຢູ່ທີ່ ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ໃນຕອນເຊົ້າວັນທີ 13 ຕຸລາ 2025 ແລະ ສຳເລັດລົງໃນວັນດຽວກັນ ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈໍາພັກແຂວງ, ເລຂາໜ່ວຍພັກຮາກ ຖານຄະນະໂຄສະນາອົບຮົມແຂວງ. ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ປະທານສະພາປະຊາຊົນແຂວງ; ມີບັນດາ ສະຫາຍສະມາຊິກພັກເຂົ້າ ຮ່ວມທັງໝົດ 40 ສະຫາຍ, ຍິງ 12 ສະຫາຍ ແລະ ບັນດາສະຫາຍຄະນະຮັບຜິດຊອບຂັ້ນແຂວງ, ອະດີດການນຳ, ແຂກເຊີນ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ XVI ໄດ້ດຳເນີນພາຍໃຕ້ຂວັນ “ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຄະນະໜ່ວຍພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງວຽກງານໂຄສະນາອົບຮົມແຂວງອຸດົມໄຊ ຕາມທິດກຳແໜ້ນ 4 ເນື້ອໃນ ແລະ 5 ພັດທະນາ” ແລະ ໄດ້ຄົ້ນຄວ້າຮັບຮອງເອົາລາຍງານການເມືອງ ຂອງຄະນະໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໂດຍໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ການສະຫຼຸບຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຕະຫຼອດໄລຍະ 5 ປີ ຜ່ານມາ ເປັນຕົ້ນແມ່ນບັນດາຜົນສຳເລັດອັນພົ້ນເດັ່ນໃນແຕ່ລະດ້ານ, ການຕີລາຄາ ບັນດາດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດໄດ້ ແລະ ໄດ້ວາງທິດທາງແຜນການ 5 ປີ ຕໍ່ໜ້າ; ຮັບຮອງເອົາແຜນພັດທະນາວຽກງານໂຄສະນາອົບຮົມແຂວງ ໂດຍຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕະຫຼອດໄລຍະ 5 ປີ ຜ່ານມາ ບັນລຸເຖິງ 112% ແລະ ກຳນົດທິດທາງແຜນພັດທະນາ 5 ປີ ຕໍ່ໜ້າ ໂດຍສຸມໃສ່ຈັດຕັ້ງປະຕິບັດ 5 ແຜນງານ, 22 ໂຄງການ, 83 ກິດຈະກຳ ແລະ ບັນດາໜ້າວຽກຈຸດສຸມ ຂອງ 5 ຂະແໜງ ໃຫ້ບັນລຸ 95% ຂຶ້ນໄປ; ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ສະໄໝທີ XV ເຊິ່ງໄດ້ຢັ້ງຢືນດ້ານດີ, ດ້ານອ່ອນ ແລະ ວິທີການແກ້ໄຂໃນຕໍ່ໜ້າ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງໜ່ວຍພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຄະນະໜ່ວຍພັກໃນທຸກດ້ານ.
ກອງປະຊຸມໃຫຍ່ ສະຫາຍສະມາຊິກພັກ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ເລືອກຕັ້ງເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 1 ສະຫາຍ; ເລືອກໄດ້ 3 ສະຫາຍ, ຍິງ 1 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນສັນຮັບຮອງສະຫາຍ ນາງ ມະນີຈັນ ວິໄລຈິດ ເປັນເລຂາໜ່ວຍພັກ, ສະຫາຍ ລໍ ຂຸນລໍ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສາຍດຳ ໃຈຫຼ້າ ເປັນກໍາມະການໜ່ວຍພັກ ແລະ ກອງປະຊຸມໄດ້ເຫັນດີເປັນສັນຮັບຮອງເອົາ ສະ ຫາຍ ລໍ ຂຸນລໍ ເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ຄຳພູສະຫວັນ ເພັນສະຫວັດ ເປັນຮອງປະທານກວດກາໜ່ວຍພັກ.
ກອງປະຊຸມໄດ້ຖືເປັນກຽດ ຮັບຟັງການໂອ້ລົມ ຂອງສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ປະທານສະພາປະຊາຊົນແຂວງ ເຊິ່ງສະຫາຍໄດ້ສະແດງຄວາມເປັນຫ່ວງເປັນໃຍແລະໃຫ້ທິດຊີ້ນຳເພື່ອເປັນເຂັມຊີ້ທິດເຍືອງທາງ ແລະ ໄດ້ປຸກລະດົມໃຫ້ສະມາຊິກພັກ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ XVI ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ຄານມະນີ ຮຽນດໍຈັນ