ຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງ ດຳເນີນຊີວິການເມືອງ ທ້າຍສະໄຫມ ທີ XV ຕິດພັນກັບການທາບທາມບຸກຄະລາກອນ ຮອບທີ 2

 
ຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງ ດຳເນີນຊີວິການເມືອງ ທ້າຍສະໄຫມ ທີ XV ຕິດພັນກັບການທາບທາມບຸກຄະລາກອນ ຮອບທີ 2
ກອງປະຊຸມ ດຳເນີນຊີວິດການເມືອງ ທ້າຍສະໄຫມທີ XV ຕິດພັນກັບການທາບ ທາມບຸກຄະລາກອນ ຮອບທີ 2 ຂອງຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2025 ນີ້ ທີ່ຫ້ອງປະຊຸມ ຂອງຕົນ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາດີ ວົງລ້ອມ ກໍາມະການປະຈຳພັກແຂວງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ຄະນະຫນ່ວຍພັກຮາກຖານ, ຕາງຫນ້າຄະນະຮັບຜິດຊອບຂັ້ນແຂວງ ແລະ ສະມາຊິກພັກພາຍໃນຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ.
ກອງປະຊຸມ ໃນຄັ້ງນີ້ ເພື່ອສະຫລຸບ ຕີລາຄາຄືນ ຜົນການເຄື່ອນໄຫວ ຈັດຕັ້ງປະຕິ ບັດວຽກງານ ທາງດ້ານການເມືອງ ໃນທ້າຍສະໄຫມ ທີ XV ແລະ ພ້ອມກັນ ກຳນົດທິດທາງແຜນການ ເຄື່ອນໄຫວ ໃນຕໍ່ຫນ້າ. ນອກນັ້ນ ຍັງເປັນການປະເມີນຄືນຜົນການເຄື່ອນໄຫວ ຂອງບັນດາຄະນະພັກ ຕະຫລອດຮອດສະມາຊິກພັກ ໂດຍແບ່ງການປະເມີນການສຳຫລວດສະມາຊິກພັກ ອອກເປັນ 4 ກຸ່ມ ໃນນີ້ ໄດ້ຍົກໃຫ້ເຫັນ ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ, ທິດທາງແບບແຜນ ໃນການປັບປຸງ, ແກ້ໄຂໃນຕໍ່ຫນ້າ ຂອງແຕ່ລະສະຫາຍ ພ້ອມທັງ ຕຳນິ, ກໍ່ສ້າງ ເຊິ່ງກັນ ແລະ ກັນ ທັງເປັນບ່ອນອີງ ໃຫ້ແກ່ການ ປັບປຸງ, ກໍ່ສ້າງຫນ່ວຍພັກ ຮາກຖານຂອງຕົນ ໃຫ້ກາຍເປັນຫນ່ວຍພັກ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ.
ຈາກນັ້ນ, ໄດ້ມີການ ທາບທາມບຸກຄະລາກອນ ຮອບທີ 2. ໃນນີ້ ໄດ້ຜ່ານບັນດາມາດຖານ,ເງື່ອນໄຂ ຂອງຜູ້ອອກຮັບສະຫມັກ ຄະນະຫນ່ວຍພັກຮາກຖານ ສະໄຫມທີ XVI ໂດຍມີຜູ້ອອກຮັບສະຫມັກທັງຫມົດ ຈຳນວນ 7 ສະຫາຍ, ຍິງ 2 ສະຫາຍ. ເລືອກເອົາ 5 ສະຫາຍ. ພ້ອມທັງໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເອົາບຸກຄະລາກອນ ຮອບທີ 2.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa