

ຄະນະໂຄສະນາອົບຮົມແຂວງ ເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການ ທາບທາມ ບຸກຄະລາກອນ ກອງປະຊຸມໃຫຍ່ ສະມາຊິກພັກ ຂອງ ໜ່ວຍພັກຮາກຖານ ຄັ້ງທີ XVI ຮອບທີ 1
ກອງປະຊຸມ ເຊື່ອມຊຶມ ເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການ ທາບທາມ ບຸກຄະລາກອນ ກອງປະຊຸມໃຫຍ່ ສະມາຊິກພັກ ຂອງ ຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ຄັ້ງທີ XVI ຮອບທີ 1 ໄດ້ຈັດຂຶ້ນ ໃນຕອນເຊົ້າ ວັນທີ 26 ກັນຍາ 2025 ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ຫົວຫນ້າ, ຮອງຫົວຫນ້າຂະແຫນງ, ຕາງຫນ້າຄະນະຈັດຕັ້ງແຂວງ ຕະຫລອດຮອດ ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ການເຊື່ອມຊຶມເອກະສານ ເພື່ອແນໃສ່ເຮັດໃຫ້ ສະມາຊິກພັກ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ສາມາດ ກຳໄດ້ ເນື້ອໃນ ສຳຄັນຂອງບັນດາເອກະສານການເມືອງ-ແນວຄິດ ແລະ ພ້ອມກັນ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ເຮັດໃຫ້ ສະມາຊິກພັກ ກໍຄື ໜ່ວຍພັກຮາກຖານ ມີຄວາມປອດໃສ, ເຂັ້ມແຂງ, ຫນັກແຫນ້ນ. ນອກນັ້ນ ຍັງເປັນການປະຕິບັດຕາມກົດລະບຽບຂອງພັກ ກ່ຽວກັບການທາບທາມ ບຸກຄະລາກອນ ທີ່ຈະອອກຮັບສະຫມັກ ເປັນຄະນະໜ່ວຍພັກຮາກຖານ ຊຸດໃຫມ່. ເນື້ອໃນເອກະສານທີ່ນຳມາເຜີຍແຜ່ ເຊື່ອມຊຶມ ປະກອບມີ: 4 ບົດ ຄື: ຄວາມເຂົ້າໃຈ ກ່ຽວກັບ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳຫນ້າຂອງພັກ, ຕັ້ງຫນ້າຝຶກຝົນຫລໍ່ຫລອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ແລະ ເດັດດ່ຽວ ແກ້ໄຂ ປະກົດການຫຍໍ້ທໍ້ ໃນຖັນແຖວ ພະນັກງານ, ສະມາຊິກພັກ.
ຈາກນັ້ນ ພິທີຍັງໄດ້ດຳເນີນການ ທາບທາມ ບຸກຄະລາກອນ ກອງປະຊຸມໃຫຍ່ ສະມາຊິກພັກ ຂອງ ຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ຄັ້ງທີ XVI ຮອບທີ 1 ຜ່ານບັນດາມາດຕະຖານ, ເງື່ອນໄຂ ຂອງຜູ້ທີ່ຈະອອກຮັບສະຫມັກ ແລະ ດຳເນີນການປ່ອນບັດ ຕາມລະບຽບການ ຕື່ມອີກ.