ຄະນະໂຄສະນາອົບຮົມແຂວງ ປາຖະກະຖາ ວັນສຳຄັນ ຂອງຊາດ ຂອງພັກ.

 
ຄະນະໂຄສະນາອົບຮົມແຂວງ ປາຖະກະຖາ ວັນສຳຄັນ ຂອງຊາດ ຂອງພັກ.
ຕອນເຊົ້າວັນທີ 17 ກັນຍາ ນີ້ ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ມີພິທີປາຖະກະຖາ ວັນສຳຄັນ ຂອງຊາດ ຂອງພັກ ໃຫ້ກຽດ ປາຖະກະຖາ ໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ,  ມີຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ບັນດາຫົວຫນ້າ, ຮອງຫົວຫນ້າຂະແຫນງ ຕະຫລອດຮອດ ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ການປາຖະກະຖາ ເພື່ອຈັດຕັ້ງປະຕິບັດ ກ່ຽວກັບການເຜີຍແຜ່ ແລະ ຜັນຂະຫຍາຍ ບັນດາເນື້ອໃນ ເອກະສານ ວັນສຳຄັນຕ່າງໆ ຂອງຊາດ ຂອງພັກ ໃຫ້ປະກົດຜົນເປັນຈິງ ທັງແນໃສ່ເຮັດໃຫ້ ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມ ຮັບຮູ້, ເຂົ້າໃຈ ເນື້ອໃນ, ຄວາມຫມາຍ, ຄວາມສຳຄັນ ຂອງວັນດັ່ງກ່າວ ແລະ ນຳເອົາບົດຮຽນ, ຜົນສຳເລັດ ມາເປັນບ່ອນອີງໃນການສືບຕໍ່ ເຄື່ອນໄຫວ ຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົນເອງຮັບຜິດຊອບໃຫ້ບັນລຸຕາມທິດທາງແຜນການທີ່ກຳນົດໄວ້. ເນື້ອໃນເອກະສານ ທີ່ນຳມາເຜີຍແຜ່ ປະກອບມີ: ວັນຢຶດອຳນາດ 23 ສິງຫາ 1945 ຄົບຮອບ 80 ປີ ແລະ 23 ສິງຫາ 1975 ຄົບຮອບ 50 ປີ, ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ 9 ກັນຍາ ຄົບຮອບ 23 ປີ. ໃນນີ້ ໄດ້ຍົກໃຫ້ເຫັນເຖິງ ປະຫວັດ, ຄວາມເປັນມາ ຂອງການຢຶດອຳນາດ, ການສືບຕໍ່ເສີມຂະຫຍາຍ ມູນເຊື້ອເຂົ້າໃນການພັດທະນາປະເທດຊາດ, ບັນດາປັດໃຈສຳຄັນ ທີ່ສ້າງເງື່ອນໄຂ ໃຫ້ແກ່ການປະກາດເອກະລາດ ແລະ ການເສີມຂະຫຍາຍມູນເຊື້ອຂອງວັນດັ່ງກ່າວ, ສະພາບແວດລ້ອມ ພາຍໃນ, ພາຍນອກ, ຄວາມສຳຄັນ ແລະ ຄວາມຈຳເປັນຂອງການ ສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນຕະຫລອດໄລຍະ 23 ປີຜ່ານມາ. ນອກນັ້ນ ຍັງໄດ້ມີການຜ່ານບາງເອກະສານສຳຄັນຈຳນວນຫນຶ່ງ ໂດຍສະເພາະແມ່ນ ຂໍ້ຕົກລົງ ຂອງຄະນະໂຄສະນາອົບຮົມແຂວງ ກ່ຽວກັບການແຕ່ງຕັ້ງ ນັກໂຄສະນາ-ປາຖະກະຖາ ດ້ວຍປາກເປົ່າ ພາຍໃນ ຄະນະໂຄສະນາອົບຮົມແຂວງ, ແຈ້ງການ ກ່ຽວກັບການເຕືອນໄພ ມິດສາຊີບ ແລະ ພຶດຕິກຳ ທີ່ເປັນການຫ້າມ ການນຳໃຊ້ ແລະ ຈຳຫນ່າຍເລກຫມາຍໂທລະສັບ ແລະ ແຈ້ງການ ກ່ຽວກັບການນຳໃຊ້ ສະໂມສອນແຂວງ ແລະ ຫ້ອງປະຊຸມຂອງຫ້ອງວ່າການແຂວງ.

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa