

ຄະນະໂຄສະນາອົບຮົມແຂວງ ເປີດຊຸດຮຽນສະໜັບສະໜູນ ເສີມສ້າງຄວາມເຂັ້ມແຂງແນວຄິດການເມືອງໃຫ້ມະຫາຊົນກ້າວໜ້າ ເພື່ອກ້າວເຂົ້າເປັນສະມາຊິກພັກ ຊຸດທີ XIII
ໃນຕອນເຊົ້າຂອງວັນທີ 10 ກັນຍາ 2025 ນີ້, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດພິທີເປີດຊຸດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າທີ່ຈະເຂົ້າເປັນສະມາຊິກພັກ ຢູ່ອ້ອມຂ້າງແຂວງ ຊຸດທີ XIII. ຊຸດຮຽນຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວທາງນະໂຍບາຍ, ປະຫວັດຄວາມເປັນມາຂອງພັກ ແລະ ພາລະບົດບາດຂອງສະມາຊິກພັກ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ການຈັດຊຸດຮຽນຄັ້ງນີ້ ໂດຍການບັນຍາຍຂອງສະຫາຍ ບຸນເສີນ ເຍືອນຂວັນພະຈັນ, ຮອງຫົວໜ້າຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ບັນດາມະຫາຊົນທີ່ມີຄວາມກ້າວໜ້າອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອເຮັດໃຫ້ມະຫາຊົນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການກໍາເນີດຂອງພັກປະຊາຊົນປະຕິວັດລາວໃນແຕ່ລະໄລຍະ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນພິລະອາດຫານ, ແນວທາງປ່ຽນແປງໃໝ່, ຍຸດທະສາດການພັດທະນາຂອງພັກ, ລວມທັງກົດລະບຽບ ແລະ ພາລະບົດບາດຂອງພັກໃນການຊີ້ນຳ -ນຳພາທົ່ວສັງຄົມ. ການຮ່ຳຮຽນເອກະສານສຳຄັນຂອງພັກ ແມ່ນມີຄວາມຈຳເປັນຢ່າງຍິ່ງຕໍ່ມະຫາຊົນຜູ້ທີ່ກຳລັງຈະກ້າວເຂົ້າສູ່ການເປັນສະມາຊິກພັກ. ເພາະເອກະສານເຫຼົ່ານັ້ນ ແມ່ນບ່ອນລວມຂອງແນວຄິດ, ອຸດົມການ, ທິດສະດີ, ປະສົບການ ການຕໍ່ສູ້ ແລະ ແນວທາງການນຳພາຂອງພັກຕະຫຼອດໄລຍະຜ່ານມາ. ໂດຍຜ່ານການຮຽນຮູ້ເອກະສານພັກ, ມະຫາຊົນຈະສາມາດເສີມສ້າງຄວາມໜັກແໜ້ນດ້ານການເມືອງແນວຄິດ, ເຂົ້າໃຈຢ່າງເລິກເຊິ່ງເຖິງອຸດົມການສັງຄົມນິຍົມ ແລະ ແນວທາງປ່ຽນແປງໃໝ່ຂອງພັກ, ເຊິ່ງເປັນເຂັມທິດນຳພາທຸກການເຄື່ອນໄຫວ ແລະ ການຕັດສິນໃຈ. ພ້ອມກັນນີ້, ຍັງຈະຊ່ວຍຍົກສູງຄວາມຮູ້ຄວາມສາມາດໃນການຈັດຕັ້ງປະຕິບັດ, ສາມາດນຳເອົາເນື້ອໃນຈິດໃຈຂອງເອກະສານພັກ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນ, ກາຍເປັນກຳລັງແຮງທີ່ສຳຄັນໃນການພັດທະນາຊຸມຊົນ ແລະ ອົງການຈັດຕັ້ງ. ການຮຽນຮູ້ເອກະສານພັກຍັງຈະເສີມສ້າງຄວາມສັດຊື່ບໍລິສຸດຕໍ່ພັກ-ລັດ ແລະ ປະຊາຊົນ, ເຂົ້າໃຈເຖິງຄວາມເສຍສະຫຼະອັນສູງສົ່ງຂອງພັກ, ເຊິ່ງເປັນພື້ນຖານໃຫ້ແກ່ການສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ, ທັງເປັນການກະກຽມຄວາມພ້ອມກ່ອນເຂົ້າເປັນສະມາຊິກພັກ ເພື່ອໃຫ້ມະຫາຊົນເຂົ້າໃຈເຖິງສິດ, ໜ້າທີ່, ກົດລະບຽບ ແລະ ຄວາມຮຽກຮ້ອງຕ້ອງການຂອງການເປັນສະມາຊິກພັກທີ່ດີ. ເນື້ອໃນເອກະສານສຳລັບຊຸດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າທີ່ຈະເຂົ້າເປັນສະມາຊິກພັກ ໂດຍທົ່ວໄປປະກອບມີ: ປະຫວັດຄວາມເປັນມາຂອງພັກປະຊາຊົນປະຕິວັດລາວ, ກົດລະບຽບຂອງພັກ, ແນວທາງປ່ຽນແປງໃໝ່ຂອງພັກໂດຍສະເພາະແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວທາງເສດຖະກິດ, ແນວທາງວັດທະນະທຳ-ສັງຄົມ ຄຸນທາດ, ຈັນຍາບັນ ແລະ ແບບແຜນການດຳລົງຊີວິດຂອງສະມາຊິກພັກ, ພ້ອມທັງບົດຮຽນພື້ນຖານຂອງພັກທີ່ໄດ້ຮັບຈາກການຕໍ່ສູ້ ແລະ ການສ້າງສາພັດທະນາປະເທດ ແລະ ອື່ນໆ.
ໂດຍ: ແສງອາທິດ