ຄະນະໂຄສະນາອົບຮົມແຂວງໄຊເຂົ້າຮ່ວມກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ທົ່ວປະເທດ ປະຈໍາໄຕມາດ II 2025
ຄະນະໂຄສະນາອົບຮົມແຂວງໄຊເຂົ້າຮ່ວມກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ທົ່ວປະເທດ ປະຈໍາໄຕມາດ II 2025. ປະຕິບັດຕາມໜັງສືເຊີນຂອງກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ເລກທີ 94/ກຂສ, ຄອນຫຼວງວຽງຈັນ, ລົງວັນທີ 26 ມິຖຸນາ 2025 ກ່ຽວກັບການເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ປະຈໍາໄຕມາດ II 2025. ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2025 ທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ແລະ ພະນັກງານ ຈຳນວນ 4 ສະຫາຍ, ຍິງ 2 ສະຫາຍ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ (ກອງປະຊຸມທາງໄກ) ໂດຍການເປັນປະທານ ຂອງສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ມີຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄຊສ໌ຂອງບັນດາແຂວງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ປະຈໍາໄຕມາດ II 2025 ຂອງ 18 ແຂວງໃນທົ່ວປະເທດ, ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງເຄື່ອນໄຫວວຽກງານປະຈໍາໄຕມາດ II 2025 ຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມປະຈໍາໄຕມາດ III 2025, ພ້ອມທັງມີຂໍ້ສະເໜີ ແລະ ຄຳຄິດ, ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ: ການສະໜອງອຸປະກອນທີ່ຈຳເປັນໃຫ້ແກ່ການໂຄສະນາຜ່ານສື່ເອເລັກໂຕຼນິກ ແລະ ການຖອດຖອນບົດຮຽນວຽກງານຂໍ້ມູນຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄລຍະຜ່ານມາ ໄດ້ເອົາໃຈໃສ່ນໍາພາເຄື່ອນໄຫວວຽກງານເວັບໄຊສ໌ເຄື່ອນໄຫວຢ່າງເປັນປົກກະຕິ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຄື: ຂຽນຂ່າວລົງເວັບໄຊສ໌, ເຟກບຸກ, ໂທລະໂຄ່ງ, ວິທະຍຸຊຸມຊົນຂອງເມືອງ ແລະ ວິທະຍຸກະຈາຍສຽງຂອງແຂວງ ໄດ້ 116 ບົດ; ຈັດລາຍການ “ໂຄສະນາອົບຮົມ” ອອກທາງວິທະຍຸກະຈາຍສຽງ, ໂທລະໂຄ່ງຂອງແຂວງ ໄດ້ 26 ຄັ້ງ; ຄຸ້ມຄອງ-ນຳໃຊ້ ແລະ ພັດທະນາເວັບໄຊສ໌ຂອງແຂວງສາມາດດຶງດູດຜູ້ເຂົ້າຊົມໄດ້ 229,389 ວິວ; ສ້າງປຶ້ມຜົນສໍາເລັດກອງປະຊຸມວຽກງານຕ່າງໆ ສໍາເນົາໃນຫ້ອງສະໝຸດ ແລະ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ທັງໝົດ 1 ວຽກງານ; ສໍາເນົາຮູບພາບການເຄື່ອນໄຫວວຽກງານ ໂຄສະນາອົບຮົມແຂວງແຕ່ລະໄລຍະ ໄດ້ທັງໝົດ 28 ວຽກງານ; ສ້າງສາລະຄະດີຜົນງານການນໍາພາຂອງອົງຄະນະພັກແຂວງອຸດົມໄຊ ໄລຍະ 54 ປີ ແລະ ຜົນງານ ວຽກງານໂຄສະນາອົບຮົມທົ່ວແຂວງ ປະຈຳປີ 2024 ເຜີຍແຜ່ລົງເວັບໄຊສ໌ ໄດ້ 2 ສາລະຄະດີ; ປັບປຸ່ງຫ້ອງປະຊຸມທາງໄກ ແລະ ຫ້ອງສະໝຸດຂອງຄະນະໂຄສະນາອົບຮົມແຂວງ; ສັງລວມນິຕິກໍາວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ ໄດ້ 27 ເອກະສານ ລົງໃນຖານຂໍ້ມູນໃນລະບົບຄອມພິວ ປັດຈຸບັນມີເອກະສານທັງໝົດ 181 ເອກະສານ; ສະຫຼຸບລາຍງານວຽກງານເວັບໄຊສ໌ ປະຈໍາເດືອນ, ໄລຍະ 3 ເດືອນ, 6 ເດືອນຕົ້ນປີ 2025 ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ 8 ບົດ ແລະ ຕິດຕາມ ເກັບກໍາ, ວິເຄາະສະພາບການທີ່ພົ້ນເດັ່ນແຕ່ລະໄລຍະ ລາຍງານຂັ້ນເທິງ ຕິດພັນກັບບົດສະຫຼຸບລາຍງານວຽກງານໂຄສະນາອົບຮົມ ແລະ ວຽກຫາງສຽງສັງຄົມ.