ຜົນສໍາເລັດກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານນັກຮົບກອງບັນຊາການ ປກຊ-ປກສແຂວງ
ກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານນັກຮົບກອງບັນຊາການ ປກຊ-ປກສແຂວງ ໄດ້ປິດລົງ ໃນຕອນບ່າຍຂອງວັນທີ 12 ມິຖຸນາ 2025 ຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານ ຂອງສະຫາຍ ວັນນາ ແກ້ວສັນຕິ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີສະຫາຍ ນາງ ມະນີຈັນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບ ແລະ ສະມາຊິກພັກ, ພະນັກງານນັກຮົບກອງບັນຊາການ ປກຊ-ປກສ ອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 255 ສະຫາຍ, ຍິງ 51 ສະຫາຍ.
ໂດຍປະຕິບັດຕາມຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການນໍາ ໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ; ຜ່ານການດໍາເນີນກອງປະຊຸມເຊື່ອມຊຶມເອກະສານ ເຫັນວ່າສະມາຊິກພັກ, ພະນັກງານຫຼັກແຫຼ່ງ ມີຄວາມຕັ້ງໃຈຕິດຕາມ, ຮັບຟັງການນໍາສະເໜີເອກະສານ ແລະ ເຂົ້າເນື້ອໃນ, ຄວາມໝາຍ, ຄວາມສໍາຄັນ ຂອງແຕ່ລະບົດເປັນຢ່າງດີ ໂດຍສະເພະາແມ່ນການເສີມຂະຫຍາຍມູນເຊື້ອຂອງພັກ, ຍົກສູງຄວາມສາມາດໃນການນໍາພາຂອງພັກ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ; ການຍົກສູງດ້ານການເມືອງ-ແນວຄິດ, ການເສີມຂະຫຍາຍມູນເຊື້ອອົງອາດສະຫງ່າຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈໜັກແໜ້ນຕໍ່ກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະ ແມ່ນຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມເປັນແບບຢ່າງນຳໜ້າຂອງພະນັກງານ-ສະມາຊິກພັກ.
ໂອກາດດັ່ງກ່າວ ສະຫາຍ ວັນນາ ແກ້ວສັນຕິ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງສະມາຊິກ, ພະນັກງານກອງບັນຊາການ ປກຊ-ປກສແຂວງ ຈົ່ງນໍາເອົາບົດຮຽນໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິຜົນສູງ ພ້ອມທັງຝຶກຝົນຫຼໍ່ຫຼອມຄຸນສົມບັດ, ສິນທໍາປະຕິວັດໃຫ້ໜັກແໜ້ນ, ຍົກສູງດ້ານການເມືອງ-ແນວຄິດ ເພີ່ມທະວີຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ເປັນເຈົ້າການສະກັດກັ້ນບັນດາປະກົດການຫຍໍ້ທໍ້ພາຍໃນສັງຄົມ.