ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງອຸດົມໄຊອົບຮົມການເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ

ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງອຸດົມໄຊອົບຮົມການເມືອງແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ

ຕອນເຊົ້າຂອງວັນທີ 4 ເມສາ 2025 ຢູ່ກຸ່ມບ້ານຫົວນໍ້າງາ, ເມືອງໄຊ,  ແຂວງອຸດົມໄຊ ໄດ້ເປີດອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າໂດຍການເປັນປະທານ ຂອງທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີທ່ານ ຄໍາຊາ ຢົງຕົວວື ເລຂາຄະນະພັກຮາກຖານ ກຸ່ມບ້ານຫົວນໍ້າງາ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນສູນກາງພັກ, ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ເລຂາຄະນະພັກບ້ານ, ນາຍບ້ານ, ເຖົ້າແກ່ແນວໂຮມ 11 ບ້ານ ເຂົ້າຮ່ວມ.

ເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ ມີ 3 ບົດຄື:  1. ເສີມຂະຫຍາຍມູນເຊື້ອມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ ມີມູນເຊື້ອຕໍ່ສູ້ພິລະອາດຫານບໍ່ຍອມຈໍານົນ ນັບແຕ່ພວກສັກດີນາຕ່າງດາວ, ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ເຂົ້າມາບຽດຢຶດ ແລະ ຮຸກຮານປະເທດເຮົາຍ້ອນມີຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນບັນດາເຜົ່າ ເປັນທາດແທ້ອັນດີງາມທີ່ມີມາແຕ່ໃດໆ ຂອງປະຊາຊົນລາວບັນດາເຜົ່າ; 2. ບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາເຜົ່າໃນພາລະກິດຕໍ່ສູ້ກູ້ຊາດ ຍາດເອົາຄວາມເປັນເອກະລາດແຫ່ງຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ໃນພາລະກິດປ່ຽນແປງໃໝ່ ບັນດາບຸກ ຄົນທີ່ມີຊື່ສຽງ ຫຼື ຜູ້ຊົງຄຸນວຸດທິຂອງບັນດາຊົນເຜົ່າ ຢູ່ ສປປ ລາວ ແມ່ນຍັງມີບົດບາດອັນສໍາຄັນຕໍ່ວົງຄະນາຍາດ; 3. ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ;  ເພື່ອເປັນບ່ອນອີງ ແລະ ເປັນຄູ່ມືໃຫ້ຄະນະພັກທຸກຂັ້ນອົບຮົມຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ໃນຄວາມຮັບຜິດຊອບ, ຮັບຮູ້ເຂົ້າໃຈ ການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ, ຊົນເຜົ່າ, ບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຜູ້ຊົງຄຸນວຸດທິບັນດາເຜົ່າ, ການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ; ເພື່ອໄປສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ເປັນເຈົ້າການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ບົດບາດຂອງຜູ້ຊົງຄຸນວຸດທິ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃຫ້ມີຄວາມໜັກແໜ້ນ, ໝັ້ນຄົງຕະຫຼອດໄປ ນອກນັ້ນໃນຊຸດອົບຮົມຍັງໄດ້ປະກອບຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນລະຫວ່າງສໍາມະນາກອນ ແລະ ວິທະຍາກອນ.

ໂອກາດດັ່ງກ່າວ ທ່ານ ນາງ ມະນີຈັນ ວິໄລຈິດ ໄດ້ມີຄໍາເຫັນໂອ້ລົມກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ເລຂາຄະນະພັກບ້ານ, ນາຍບ້ານ ແລະ ອົງການປົກຄອງບ້ານ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມມັກຄີປອງດອງກັນລະຫວ່າງບ້ານກັບບ້ານ, ຄວາມສາມັກຄີນບັນດາເຜົ່າຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຈິດໃຈຮັກຊາດ, ມູນເຊື້ອອັນດີງາມຂອງເຜົ່າ, ຈິດໃຈເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງໃຫ້ກາຍເປັນບ້ານພັດທະນາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa