

ຄະນະບໍລິຫານງານພັກເມືອງຫຼາ ໄດ້ຮັບການຍົກລະດັບວຽກງານໂຄສະນາ-ປາຖະກະຖາ
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ເປີດການຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ຄະນະບໍລິຫານງານພັກເມືອງຫຼາ ຢູ່ທີ່ສະໂມສອນເມືອງ ໃນວັນທີ 15-16 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ເຂົ້າຮ່ວມມີ ທ່ານ ສອນສຸວັນ ປັນຍາວົງ ເລຂາພັກເມືອງຫຼາ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ ເລຂາຄະນະພັກບັນດາຫ້ອງການ, ອົງການອ້ອມຂ້າງເມືອງ ແລະ ຄະນະພັກຕາແສງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງ ແລະ ຄູຝຶກມາຈາກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນໂອກາດກ່າວເປີດຊຸດຝຶກອົບຮົມ ທ່ານ ນ. ມະນີຈັນ ວິໄລຈິດ ໄດ້ກ່າວວ່າ: ວຽກງານໂຄສະນາ-ປາຖະກະຖາ ເປັນວຽກງານໜຶ່ງທີ່ສໍາຄັນ ຂອງວຽກງານການເມືອງ-ແນວຄິດ ໂດຍສະເພາະ ວຽກງານໂຄສະນາສຶກສາອົບຮົມ ຂອງພັກ. ສະນັ້ນ, ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງຂອງເມືອງຫຼາ ໄດ້ຮັບຮູ້, ເຂົ້າໃຈ ບັນດາເຕັກນິກວິທີການເວົ້າ, ການໂຄສະນາ-ປາຖະກະຖາ, ການຂຽນເອກະສານຕ່າງໆຮັບໃຊ້ການໂຄສະນາ-ປາຖະກະຖາ ໃຫ້ດຶງດູດຜູ້ຟັງໄດ້ດີຂຶ້ນ ທັງເປັນການສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບບັນດາຫຼັກການພື້ນຖານ ຂອງວຽກງານໂຄສະນາ-ປາຖະກະຖາ ໄປຕາມແນວທາງຂອງພັກ ບັນດາສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມ ຈະໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ກ່ຽວຂ້ອງ 4 ຫົວຂໍ້ ຄື: ບັນຫາພື້ນຖານຂອງວຽກງານໂຄສະນາ-ປຸກລະດົມ, ຄວາມຮູ້ພື້ນຖານກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວຂອງນັກໂຄສະນາ, ທັກສະສິລະປະໃນການປາກເວົ້າ, ການໂຄສະນາ-ປາຖະກະຖາ, ການໂຄສະນາຜ່ານສື່ມວນຊົນ ແລະ ບາງບົດຮຽນໃນການເຄື່ອນໄຫວໂຄສະນາ-ປາຖະກະຖາ; ນອກຈາກນັ້ນ ຍັງໄດ້ຂຽນບົດປາຖະກະຖາ ແລະ ຂຶ້ນປາຖະກະຖາ ທົດລອງຕົວຈິງ.
ຈຸດປະສົງ ແມ່ນແນ່ໃສ່ບຸກທະລຸທາງດ້ານຈິນຕະນາການຂອງວຽກງານແນວຄິດ ເພື່ອຍົກລະດັບຄວາມຮູ້ທາງດ້ານວິທີການໂຄສະນາດ້ວຍປາກ ໃຫ້ຜູ້ທີ່ມີໜ້າທີ່ເຮັດວຽກງານແນວຄິດຢູ່ໃນແຕ່ລະຂະແໜງການຂອງເມືອງ ພ້ອມທັງເປັນການສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານໂຄສະນາ – ປາຖະກະຖາ ໃຫ້ມີຄວາມເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໂຄສະນາ – ປາຖະກະຖາ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຜົນດີໃນຕໍ່ໜ້າ. ຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນ ເພື່ອເຮັດໃຫ້ສະມາຊີກພັກ, ພະນັກງານມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງຕໍ່ແນວທາງການເມືອງ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໃຫ້ເປັນຂະບວນການອັນກ້ວາງຂວາງ ແລະ ສາມາດເປັນກຳລັງໂຄສະນາປຸກລະດົມຊວນເຊື່ອໃຫ້ມະຫາຊົນເຂົ້າຮ່ວມເປັນກຳລັງໃຫ້ແກ່ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກເຮົາ ສືບຕໍ່ດຳເນີນໄປຢ່າງມີປະສິດທິຜົນ, ເລີກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກ່ວາເກົ່າ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.
ຕະຫຼອດໄລຍະຝຶກອົບຮົມ ສໍາມະນາກອນຈະໄດ້ຮັບຟັງການບັນລະຍາຍ ແລະ ພ້ອມກັນຄົ້ນຄວ້າເອກະສານ ແລະ ບາງບົດຮຽນໃນການເຄື່ອນໄຫວໂຄສະນາ ຈາກວິທະຍາກອນທີ່ມາຈາກຄະນະໂຄສະນາອົບຮົມແຂວງ, ຈາກນັ້ນ ສໍາມະນາກອນຈະໄດ້ແບ່ງກຸ່ມເພື່ອຄົ້ນຄວ້າ ແລະ ຂຽນເອກະສານປາຖະກະຖາເພື່ອຂຶ້ນທົດລອງປາຖະກະຖາ, ເປັນການແລກປ່ຽນຄວາມຮູ້, ປະສົບການ, ເຕັກນິກ, ວິທີການໂຄສະນາປາຖະກະຖາ ແລະ ບາງບົດຮຽນເພື່ອນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ໄປໂຄສະນາເຜີຍແຜ່ໃຫ້ໄດ້ຮັບຜົນດີ; ຊຸດຝຶກອົບຮົມຈະດຳເນີນເປັນເວລາ 2 ວັນຈິ່ງສຳເລັດ
——————————————— ສຸໄພລິນ ອິນພູວຽງ