ວັນທີ 3 ສິງຫາ 2026 ສະຫະພັນແມ່ຍິງຮາກຖານ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ລົງຊຸກຍູ້, ຕິດຕາມ ແລະ ໃຫ້ກຳລັງໃຈການສ້າງເສດຖະກິດຄອບຄົວຂອງ ທ່ານ ນາງ ຊົວເຢຍ ເຊັງວາງ ສະມາຊິກສະຫະພັນແມ່ຍິງ ຮາກຖານຄະນະໂຄສະນາອົບຮົມແຂວງ( ໂຄສົກພາກພາສາມົ້ງ ວິທະຍຸ ໂທລະພາບແຂວງອຸດົມໄຊ) ປັດຈຸບັນອາໃສຢູ່ ບ້ານດອນແກ້ວ ເມືອງໄຊ. ເຊິ່ງໄດ້ນຳໃຊ້ເວລາວ່າງ ນອກໂມງລັດຖະການ ສ້າງເສດຖະກິດ ດ້ວຍການປູກຢາງພາລາ ເພື່ອສ້າງລາຍຮັບເສີມ ແລະ ຍົກລະດັບຄຸນນະພາບຊີວິດຂອງຄອບຄົວ.
ໃນການລົງພື້ນທີ່ຄັ້ງນີ້ ນຳພາໂດຍ ທ່ານນາງ ກົງຈັນ ໄພມະນີ ປະທານສະຫະພັນແມ່ຍິງຮາກຖານ ຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກ. ກ່ອນອື່ນໄດ້ຮັບຟັງການລາຍງານຜົນການດຳເນີນງານຂອງທ່ານນາງ ຊົວເຢຍ ເຊັງວ່າງ ແລະ ຄອບຄົວ, ພ້ອມທັງ ມີການແລກປ່ຽນບົດຮຽນ ແລະ ໃຫ້ຄຳແນະນຳເພີ່ມເຕີມ ຈາກທິມງານ ສະຫະພັນແມ່ຍິງຮາກຖານ ຄະນະໂຄສະນາອົບຮົມແຂວງ ໂດຍສະເພາະ ໄດ້ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ການດູແລຮັກສາໃຫ້ຖືກຕ້ອງຕາມຫຼັກວິຊາການ ເພື່ອໃຫ້ການຜະລິດມີປະສິດທິຜົນ, ມີລາຍຮັບທີ່ໝັ້ນຄົງ ແລະ ຍືນຍົງ. ປັດຈຸບັນ ຄອບຄົວຂອງທ່ານນາງ ຊົວເຢຍ ໄດ້ປູກຢາງພາລາເນື້ອທີ່ 5 ເຮັກຕາ ຈຳນວນ 2,000 ກວ່າຕົ້ນ ແລະ ສາມາດສ້າງລາຍຮັບໄດ້ປະມານ 500 ລ້ານກວ່າກີບ/ປີ.

ການປູກຢາງພາລາເປັນອາຊີບເສີມນອກເວລາລັດຖະການນີ້ ບໍ່ພຽງແຕ່ຊ່ວຍເພີ່ມລາຍຮັບໃຫ້ຄອບຄົວເທົ່ານັ້ນ ແຕ່ຍັງເປັນຕົວຢ່າງທີ່ດີໃຫ້ແກ່ສະມາຊິກແມ່ຍິງຜູ້ອື່ນໆ ໃນການຮູ້ຈັກນຳໃຊ້ຄວາມຮູ້, ຄວາມສາມາດ ແລະ ເວລາວ່າງໃຫ້ເກີດປະໂຫຍດສູງສຸດ. ການລົງຊຸກຍູ້ໃນຄັ້ງນີ້ ເປັນສ່ວນໜຶ່ງຂອງການຜັນຂະຫຍາຍແນວທາງຂອງສະຫະພັນແມ່ຍິງ ໃນການສົ່ງເສີມໃຫ້ສະມາຊິກພັດທະນາອາຊີບເສີມ, ສ້າງລາຍຮັບ, ຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງຄອບຄົວໃຫ້ມີຄວາມເຂັ້ມແຂງ ຕາມທິດທາງການພັດທະນາຂອງພັກ-ລັດ ວາງອອກໃຫ້ປະກົດຜົນເປັນຈິງ.