ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານວິຊາສະເພາະຮອບດ້ານ ຢູ່ເມືອງຫຼາ

 

ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານວິຊາສະເພາະຮອບດ້ານ ຢູ່ເມືອງຫຼາ

ຕອນເຊົ້າວັນທີ 30 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງ ໄດ້ລົງຊຸກຍູ້ວຽກງານວິຊາສະເພາະຮອບດ້ານ ຢູ່ເມືອງຫຼາ ນໍາພາໂດຍທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ, ຮອງຫົວໜ້າຂະແໜງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ພະນັກງານໂຄສະນາອົບຮົມເມືອງເຂົ້າຮ່ວມ. ເຊິ່ງໄດ້ເຂົ້າລາຍງານຈຸດປະສົງໃນການລົງເຄື່ອນໄຫວວຽກງານວິຊາສະເພາະຮອບດ້ານໃນຄັ້ງນີ້ ໃຫ້ທ່ານ ນາງ ໄລວອນ ຈັນທະລາ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຫຼາ ຊາບ ແລະ ທ່ານໄດ້ຍ້ອງຍໍຊົມເຊີຍທີ່ຄະນະໂຄສະນາອົບຮົມແຂວງ ເຫັນໄດ້ຄວາມສໍາຄັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຢູ່ເມືອງຫຼາ ໂດຍແມ່ນດ້ານງົບປະມານ, ອຸປະກອນຮັບໃຊ້ຍັງບໍ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການບັນດາໜ້າວຽກວິຊາສະເພາະ ໃນການເປັນເສນາທິການໃຫ້ຄະນະພັກຂັ້ນເທິງ. 

ໂອກາດດ່ຽວກັນຍັງໄດ້ພົບປະແລກປ່ຽນບົດຮຽນລະຫ່ວາງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງຫຼາ ເຊິ່ງໄດ້ຮັບຟັງການລາຍງານ ຂອງທ່ານ ສຸລິການ ຄູນແສງທິບ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຍົກໃຫ້ເຫັນຜົນງານທີ່ຄະນະໂຄສະນາອົບຮົມເມືອງຫຼາ ຍາດມາໄດ້ໃນໄລຍະຜ່ານມາດັ່ງນີ້: ວຽກງານໂຄສະນາ-ປາຖະກະຖາ ໄດ້ຕິດຕາມ, ຊຸກຍູ້ ແລະ ການປະສານສົມທົບກັບໜ່ວຍພັກອ້ອມຂ້າງ, ເລຂາຄະນະພັກຮາກຖານກຸ່ມບ້ານ ເພື່ອຈັດຕັ້ງການໂຄສະນາ-ປາຖະກະຖາ ວັນສໍາຄັນ ຂອງຊາດ, ຂອງພັກ ເຊັ່ນວ່າ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສ້າງຕັ້ງເມືອງຫຼາ ຄົບຮອບ 60 ປີ, ການປະກາດຮັບຮອງເມືອງຫຼາ ເປັນເມືອງສາມັກຄີປອງດອງ; ວຽກງານອົບຮົມ ໄດ້ອົບຮົມມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າພັກ ຢູ່ບັນດາໜ່ວຍພັກອ້ອມຂ້າງເມືອງເປັນຕົກກະຕິ; ຈັດຕັ້ງການເຊື່ອມຊຶມ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໄລຍະ ປີ 2024-2028 ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ; ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານພັກແຂວງ ສະໄໝທີ IX ປະຈໍາໄຕມາດ I ປີ 2025, ມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ ຄັ້ງທີ XII, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ບັນດານິຕິກໍາທີ່ສໍາຄັນ ຂອງພັກ, ຂອງແຂວງ ແລະ ຂອງເມືອງ ຢູ່ບັນດາຫ້ອງການອ້ອມຂ້າງ, ບັນດາບ້ານ ໃນ 45 ບ້ານທົ່ວເມືອງ; ວຽກງານບໍລິຫານ, ຈັດຕັ້ງ ແລະ ສັງລວມ ໄດ້ສະຫຼຸບລາຍຮັບ-ລາຍຈ່າຍຮ່ວງເງິນບໍລິຫານ, ເງິນດັດສົມ ແຕ່ລະເດືອນ; ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງແຕ່ລະໜ່ວຍງານ, ຂຶ້ນແຜນງົບປະມານເງິນເດືອນ, ເງິນນະໂຍບາຍ, ການເລື່ອນຊັ້ນ-ຂັ້ນເງິນເດືອນ, ການປະຕິບັດນະໂຍບາຍ ຕໍ່ພະນັກງານ ຕາມລະບຽບການ ນອກຈາກນັ້ນ, ພິທີຍັງໄດ້ມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມດ່ຽວກັນກໍ່ໄດ້ມອບຄອມພິວເຕີຕັ້ງໂຕະ ຢີ່ຫໍ້ HP ຈໍານວນ 1 ເຄື່ອງ ໃຫ້ຄະນະໂຄສະນາອົບຮົມເມືອງຫຼາ ນໍາໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝຂຶ້ນ.

ຕອນທ້າຍ ທ່ານ ນາງ ມະນີຈັນ ວິໄລຈິດ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ແລະ ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຄະນະໂຄສະນາອົບຮົມເມືອງ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງຄະນະໂຄສະນາອົບຮົມເມືອງຫຼາ ໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກຄະນະພັກ, ຂັ້ນເທິງ ແລະ ສື່ບຕໍ່ຈັດຕັ້ງປະຕິບັດວິຊາສະເພາ ແລະ ບັນດາໜ້າວຽກຈຸດສຸມ ໃຫ້ບັນລຸຕາມເປົ້າໝາຍ, ຕາມແຜນການ ແລະ ໂຄງການທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa