ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງຮຸນ
ຕອນບ່າຍຂອງວັນທີ 19 ພຶດສະພາ 2025 ທິມງານຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງຮຸນ. ເຊິ່ງໄດ້ເຂົ້າພົບ ທ່ານ ຫົງທອງ ບົວລິໄຊ ຮອງເລຂາພັກເມືອງ. ນໍາພາທິມງານໂດຍ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມໂຄສະນາ (ຄະນະໂຄສະນາອົບຮົມສູນກາງພັກ) ພ້ອມທັງລາຍງານຈຸດປະສົງໃນການລົງເຄື່ອນໄຫວວຽກຢູ່ເມືອງຮຸນໃນຄັ້ງນີ້ ໂດຍສະເພາະແມ່ນການລົງໂຄສະນາເຄື່ອນທີ່ ຢູ່ບ້ານໄຊມຸງຄຸນ. ທ່ານ ຫົງທອງ ບົວລິໄຊ ໄດ້ກ່າວຕ້ອນຮັບ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ ທິມງານໂຄສະນາອົບຮົມສູນກາງພັກ, ແຂວງທີ່ໄດ້ລົງເຄື່ອນໄຫວຢູ່ເມືອງຮຸນຄັ້ງນີ້ ໄດ້ນໍາເອົາສາລະຄະດີ 70 ປີ ການນໍາພາພັກປະຊາຊົນ ປະຕິວັດລາວ ແລະ ສາລະຄະດີຜົນຮ້າຍຢາເສບຕິດ ມາເຜີຍແຜ່ໃຫ້ປະຊາຊົນຊາວເມືອງຮຸນຮັບຮູ້, ເຂົ້າໃຈຕໍ່ການນໍາພາ-ຊີ້ນໍາຂອງພັກໃຫ້ເລິກເຊິ່ງ. ພ້ອມດຽວກັນກໍ່ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມເມືອງຮຸນ ລາຍງານໂດຍທ່ານ ນາງ ມົນລືດີ ລາດສະພັງທອງ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງຮຸນ ໃຫ້ຮູ້ສະພາບລວມ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ບັນຫາທີ່ຍັງຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ຂໍ້ສະເໜີ ແລະ ແຜນວຽກທີ່ຈະສືບຕໍ່ໃນຕໍ່ໜ້າ.
ຕອນຄໍ່າທີມງານໄດ້ລົງສາຍສາລະຄະດີຢູ່ບ້ານ ໄຊມຸງຄຸນ ເຊິ່ງເຂົ້າຮ່ວມຂອງຄະນະພັກກຸ່ມບ້ານ, ນາຍບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ ທີມງານໄດ້ສາຍສາລະຄະດີ 70 ປີ ການນໍາພາພັກປະຊາຊົນປະຕິວັລາວ, ເສັ້ນທາງສາຍພູຫຼວງຕາເວັນຕົກ ແລະ ຜົນຮ້າຍຢາເສບຕິດ ພ້ອມທັງມີກິດຈະກໍາຖາມ-ຕອບ ຄວາມຮູ້ຮອບຕົວເພື່ອໃຫ້ປະຊາຊົນມີສ່ວນຮ່ວມຮັບຂອງລາງວັນ ຈາກຄະນະທີມງານເຫັນວ່າເປັນຂະບວນຝົດຟື້ນ.