ການສ້າງເສດຖະກິດຄອບຄົວ ແມ່ນມີຫຼາຍຮູບການ, ຫຼາຍວິທີການ ຂຶ້ນກັບເງື່ອນໄຂ, ທ່າແຮງ, ຄວາມສາມາດຂອງແຕ່ລະຄົນ, ແຕ່ລະຄອບຄົວ ແລະ ຜ່ານມາທາງພາກລັດໄດ້ສົ່ງເສີມທຸກຊັ້ນຄົນໃນສັງຄົມ ໃຫ້ຫັນການປູກ-ການລ້ຽງ ເພື່ອຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ. ດັ່ງນັ້ນ, ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ຈຶ່ງຊຸກຍູ້ສົ່ງເສີມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມແຂວງ ໃຊ້ເວລາວ່າງນອກຈາກໂມງການ ເພື່ອສ້າງລາຍຮັບເຂົ້າໃນຄອບຄົວ ຕາມທ່າແຮງບົ່ມຊ້ອນຂອງຕົນ ບົນພື້ນຖານຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ, ເຫັນວ່າມີຫຼາຍຄອບຄົວໄດ້ຖືເອົາ ການປູກ-ການລ້ຽງ, ການບໍລິການຕ່າງໆ ສາມາດສ້າງລາຍຮັບໄດ້ເຖິງແຕ່ 10 ລ້ານ ຫາ 150 ລ້ານ/ປີ ເຮັດໃຫ້ມີຫຼາຍຄອບຄົວກາຍເປັນຄອບຄົວຕົວແບບພາຍໃນກົມກອງ; ໃນນັ້ນຄອບຄົວ ຂອງທ່ານ ບຸນແກ້ວ ກຸຕຕິຄຸນໂນ  ເປັນໜຶ່ງໃນບັນດາຄອບຄົວຂອງພະນັກງານຄະນະໂຄສະນາອົບຮົມແຂວງ ທີ່ເລືອກເອົາການລ້ຽງປານິນ ເພື່ອສົ່ງຂາຍຕາມທ້ອງຕະຫຼາດ ເຮັດໃຫ້ຊີວິດການເປັນຢູ່ພາຍໃນຄອບຄົວຂຶ້ນກວ່າເກົ່າ. ເຊິ່ງທ່ານ ບຸນແກ້ວ ໄດ້ໃຫ້ສຳພາດວ່າ: ຂ້າພະເຈົ້າ ສະຫາຍ ບຸນແກ້ວ ກຸຕຕິຄຸນໂນ ອາຍຸ 38 ປີ, ເປັນຄົນຖິ່ນຖານແຂວງຜົ້ງສາລີ ໄດ້ມາເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໃນປີ 2014, ຮອດປີ 2018 ໄດ້ສ້າງຄອບຄົວ ແລະ ອາໄສຢູ່ກັບຄອບຄົວຂອງເມຍ ຢູ່ບ້ານດອນແກ້ວ, ເມືອງໄຊ, ແຂວງອຸດົມໄຊ, ພາຍໃນຄອບຄົວມີທັງຫມົດ 6 ຄົນ, ຍິງ 2 ຄົນ, ພື້ນຖານຂອງຄອບຄົວແມ່ນປູກຜັກ ແລະ ລ້ຽງປາ ເພື່ອບໍລິໂພກພາຍໃນຄອບຄົວ ເຫັນວ່າພໍແຕ່ກຸ້ມຢູ່ກຸ້ມກິນ. ຕົກມາຮອດປີ 2019 ຕົນເອງໄດ້ມີໂອກາດເຄື່ອນໄຫວກັບອົງການຈັດຕັ້ງມະຫາຊົນ ແລະ ກອງໂຄສະນາເຄື່ອນທີ່ ຂອງແຂວງ ໂດຍໄດ້ນໍາເອົາສາລະຄະດີມູນເຊື້ອຂອງຊາດ, ຂອງພັກ ຕິດພັນກັບສາລະຄະດີໃນການປູກ-ການລ້ຽງ ທີ່ຄະນະໂຄສະນາອົບຮົມສູນກາງພັກໄດ້ສະໜອງໃຫ້ ໄປໂຄສະນາປຸກລະດົມ ຢູ່ຮາກຖານບ້ານໃຫ້ປະຊາຊົນ ດັ່ງນັ້ນ, ທຽບໃສ່ເງື່ອນໄຂຄອບຄົວຂອງຕົນເອງ ທີ່ມີເນື້ອທີ່ໜອງປາ, ມີນ້ຳສະດວກເໝາະແກ່ການລ້ຽງປາເປັນສິນຄ້າບວກກັບການສຶກສາຄົ້ນຄວ້າຄວາມຕ້ອງການຂອງທ້ອງຕະຫຼາດ ແລະ ບົດຮຽນຕົວຈິງ ຈາກພີ່ນ້ອງເຫັນວ່າມີຄວາມເປັນໄດ້ສູງ ຈຶ່ງໄດ້ປຶກສານຳຄອບຄົວ ລົງທຶນປັບປຸ່ງໜອງປາ 2 ໜອງ ແລະ ທົດລອງລ້ຽງ ໂດຍຊື້້ແນວພັນປາຈໍານວນ 14 ພັນໂຕ ແລະ ຊື້ອາຫານປາ ລວມເງິນທຶນນັບແຕ່ເລີ່ມລ້ຽງຈົນອອກຂາຍເປັນເງິນປະມານ 50 ປາຍລ້ານກີບ, ຫັກທຶນອອກມີກໍາໄລປະມານ 30 ກວ່າລ້ານກີບ, ແຕ່ຊຸດທີ 2 ພັດມີກໍາໄລຫຼຸດລົງ ເນື່ອງຈາກຂາດປະສົບການ, ດັ່ງນັ້ນຕົນເອງຈຶ່ງມາສຶກສາຄືນເຖິງສາເຫດແລ້ວປັງປຸງດ້ານເຕັກນິກການລ້ຽງ ແລະ ສະຖານທີ່ ເຮັດໃຫ້ຜົນຜະລິດໃນຊຸດທີ 3 ມີກໍາໄລເພີ່ມຂຶ້ນເປັນ 50 ກວ່າລ້ານກີບ.  ດັ່ງນັ້ນ ຈຶ່ງສືບຕໍ່ລ້ຽງຈົນມາຮອດປັດຈຸບັນແມ່ນລ້ຽງໄດ້ທັງໝົດ 6 ຊຸດ ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍ 100 ລ້ານກີບ/ປີ, ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຖ້າທຽບໃສເມື່ອກ່ອນແມ່ນດີຂຶ້ນຫຼາຍ, ສາມາດຊື້ດິນປຸກສ້າງໄດ້ 1 ຕອນ ແລະ ມີເງິນເກັບຈໍານວນໜຶ່ງ.

ທ່ານ ບຸນແກ້ວ ກຸຕຕິຄຸນໂນ ຍັງໄດ້ກ່າວຕື່ມອີກວ່າ: ໃນຕໍ່ຫນ້າຕົນເອງ ແລະ ຄອບຄົວຈະສືບຕໍ່ປັບປຸງເຕັກນິກໃນການລ້ຽງ ແລະ ຂະຫຍາຍເນື້ອທີ່ໜອງປາ ເພື່ອເພີ່ມຜົນຜະລິດໃຫ້ໄດ້ຫຼາຍຂຶ້ນ; ນອກຈາກນັ້ນຈະເພີ່ມການລ້ຽງເປັດ-ໄກ່ຈໍານວນໜຶ່ງ ເພື່ອແນໃສ່ສ້າງລາຍຮັບເຂົ້າໃນຄອບຄົວໃຫ້ຫຼາຍຂຶ້ນ ໃນອານາຄົດ.

ເວົ້າລວມແລ້ວ ຖ້າພວກເຮົາມີຄວາມດຸໝັ່ນຂະຍັນພຽນ, ຮູ້ຈັກໃຊ້ເວລາວ່າງໃຫ້ເປັນປະໂຫຍດ ກໍຈະນໍາພາຄອບຄົວໃຫ້ມີການພັດທະນາດີຂຶ້ນ, ດັ່ງນັ້ນ ໃນສະພາບເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກຄືແນວນີ້ ພວກເຮົາທຸກຄົນຕ້ອງບຸກບື່ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຍັດມັດທະຢັດ, ມີເປົ້າໝາຍ ແລະ ສູ້ຊົນໃຫ້ປະສົບຜົນສໍາເລັດ ກໍຈະເຮັດໃຫ້ຜ່ານຜ່າທຸກຄວາມຫຍຸ້ງຍາກໄດ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa