ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ເຊືອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ.

ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ເຊືອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ.

ຕອນເຊົ້າຂອງວັນທີ 26 ກຸມພາ 2025 ຢູ່ໂຮງຮຽນການເມືອງ-ການປົກຄອງ ໄດ້ຈັດເຊືອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພັກ, ພະນັກງານຫຼັກແຫ່ຼງ ເພື່ອດໍາເນີນກອງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍການເປັນປະທານ ຂອງສະຫາຍ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາຟອງ ພັດທະມາວົງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ພ້ອມດວ້ຍ ຄະນະພັກ, ສະມາຊິກພັກ, ພະນັກງານ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຍົກໃຫ້ຮັບຮູ້ເຖິງເອກະສານ 4 ບົດ ກ່ອນນໍາເນີນກອງປະຊຸມໃຫຍ່ຂອງຕົນ ວ່າການດໍາເນີນກອງປະຊຸມພັກຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຮາກຖານພັກ ແມ່ນຫຼັກການຈັດຕັ້ງຂອງພັກເຮົາເປັນບັ້ນດໍາເນີນຊີວິດການເມືອງ ໃນທົ່ວອົງຄະນະພັກ ແນໃສ່ຍົກສູງຄວາມສາມາດນໍາພາຂອງຄະນະພັກ ນັບແຕ່ຂັ້ນຮາກຖານຂຶ້ນມາ ໃຫ້ສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່, ຮັບປະກັນຄົ້ນຄວ້າ, ເລືອກເຟັ້ນບຸກຄະລາກອນ ປະກອບເຂົ້າໃນຄະນະພັກແຕ່ລະຂັ້ນໃຫ້ຖືກຕ້ອງ, ຄົບຖ້ວນ ຕາມມາດຕະຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ ເພື່ອເປັນຫຼັກແຫ່ຼງນໍາພາ ຕະຫຼອດສະໄໝ ຂອງທຸກອົງຄະນະພັກແຂວງ; ສືບຕໍ່ນໍາພາການພັດທະນາປະເທດຊາດ ຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ ໃນທ່າມກາງທີ່ສະພາບການພາຍໃນປະເທດ, ພາກພື້ນ ແລະ ສາກົນ ທີ່ມີທັງກາລະໂອກາດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທົດສອບ, ທ້າທາຍຫຼາຍປະການນີ້ ການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ ແມ່ນຄວາມຈໍາເປັນພາວະວິໄສ, ເປັນບັນຫາພື້ນຖານ ແລະ ບັນຫາຮີບດ່ວນ ຂອງການກໍ່ສ້າງພັກໃນເງື່ອນໄຂປັດຈຸບັນ; ພັກເຮົາຖືວ່າ ຄຸນສົມບັດເປັນຫຼັກ ແລະ ຄວາມສາມາດເປັນສິງສໍາຄັນ ທີ່ຂາດບໍ່ໄດ້, ຄຸນສົມບັດສິນທໍາປະຕິວັດ ເນື້ອແທ້ແມ່ນຄຸນນະພາບຂອງສະມາຊິກພັກ, ຖ້າຫາກສະມາຊິກພັກ ມີຄຸນນະພາບດີເປັນສ່ວນຫຼາຍ, ພັກກໍ່ມີຄວາມເຂັ້ມແຂງ ສາມາດນໍາພາມະຫາຊົນໄດ້, ກົງກັນຂ້າມ, ຖ້າມີສະມາຊິກພັກ ສ່ວນຫຼາຍຄຸນນະພາບບໍ່ດີ, ພັກກໍບໍ່ເຂັ້ມແຂງ ແລະ ບໍ່ສາມາດນໍາພາມະຫາຊົນໄດ້; ການແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ, ສະມາຊິກພັກ ຕ້ອງເປັນເຈົ້າການຍົກສູງສະຕິປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັມງວດ, ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຄະນະພັກທຸກຂັ້ນ; ສະມາຊິກພັກທຸກສະຫາຍ ຕ້ອງເປັນແບບຢ່າງນໍາໜ້າ ໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍມນພັກໂດຍເລີ່ມຈາກການສໍາຫຼວດກວດກາຕົນເອງຕໍານິກໍ່ສ້າງຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ, ຫາກມີສິ່ງຫຍໍ້ທໍ້ເກີດຂຶ້ນຕ້ອງມີຄວາມຕື່ນຕົວ ເປັນເຈົ້າການແກ້ໄຂຢ່າງເດັດຂາດ, ເອົາໃຈໃສ່ຕິດຕາມ ກວດກາ ຂົງເຂດຄວາມຮັບຜິດຊອບ ຂອງຕົນຢ່າງເປັນປະຈໍາ, ຫາກເຫັນສິ່ງຫຍໍ້ທໍເກີດຂຶ້ນ ກໍຕ້ອງມີຄວາມເດັດຂາດ, ເຂັ້ມງວດ ໃນການແກ້ໄຂ, ຫຼີກເວັ້ນການປົກປ້ອງ ຫຼື ປົກປິດສິ່ງຫຍໍ້ທໍ້ຕ່າງໆ ໄປຄຽງຄູ່ກັນນັ້ນ ກໍຕ້ອງເປັນເຈົ້າການ ໃນການຄົ້ນຄວ້າຫາສິງຫຍໍ້ທໍ້ຕ່າງໆ ພາຍໃນພັກ ເພື່ອສະກັດກັ້ນ ແລະ ກ້າວໄປເຖິງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa