

ແຂວງອຸດົມໄຊ ໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນແລະການພີມຈຳໜ່າຍ ຄົບຮອບ 75 ປີ ແລະວັນລັດຖະທຳມະນູນ ຄົບຮອບ 34 ປີ.
ໃນວັນທີ 13 ສິງຫາ 2025, ທີ່ສະໂມສອນໃຫຍ່ຂອງແຂວງອຸດົມໄຊ, ໄດ້ຈັດພິທີ ໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການພີມຈຳໜ່າຍ ຄົບຮອບ 75 ປີ ແລະ ວັນລັດຖະທຳມະນູນ ຄົບຮອບ 34 ປີ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ. ເຂົ້າຮ່ວມມີ ມີພະເຖລາ-ນຸເຖລະ, ການນໍາຂັ້ນແຂວງ, ອະດິດການນຳ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ການນຳຂອງພະແນກການຕ່າງໆ, ພະນັກງານລັດຖະກອນອ້ອມຂ້າງແຂວງ, ເມືອງໄຊ ເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຊົມ ວິດີໂອ ສາລະຄະດີການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດແຂວງອຸດົມໄຊ, ຊົມການສະແດງສິລະປະວັນນະຄະດີ ໄດ້ເຂົ້າສູ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຜ່ານການຖ່າຍທອດສົດຈາກສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ແລະ ໄດ້ຮັບຟັງກ່າວສູນທອນພົດ ຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ເຊິ່ງໄດ້ສະແດງຄວາມຍ້ອງຍໍສັນລະເສີນ ຕໍ່ຜົນງານອັນໃຫຍ່ຫຼວງທີ່ແນວລາວສ້າງຊາດຍາດມາໄດ້ ເຖິງຢ່າງໃດກໍຕາມ ອົງການແນວລາວສ້າງຊາດ ຕ້ອງສືບຕໍ່ຍົກສູງຄັນທຸງ ເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໝາ ຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫລະ, ແນວລາວຮັກຊາດ, ໂດຍສະເພາະມູນເຊື້ອ ໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫຼັກແຫຼ່ງ ໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກຳລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເຊີດຊູສະຕິຊາດ ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບ ຂອງຄົນລາວຕໍ່ຊາຕາກໍາ ຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆ ມາມ້າງເພ ແລະ ທຳລາຍໄດ້.
ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 75 ປີ ວັນລັດຖະທຳມະນູນ ຄົບຮອບ 34 ປີ ເຊິງໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ກໍຄືຜົນງານຂອງຄະນະພັກ-ຄະນະນໍາ ແລະ ພະນັກງານລັດຖະກອນ ທັງໝົດໃນອົງການແນວລາວສ້າງຊາດ, ຂະແໜງຖະແຫຼງຂ່າວ ສື່ມວນຊົນ ແລະ ສະພາແຫ່ງຊາດ, ສະພາປະຊາຊົນແຂວງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມນັ້ນ ໄດ້ເນັ້ນໃຫ້ແຕ່ລະພາກສ່ວນສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນບຸກບືນສູ້ຊົນ ແລະ ສາມັກຄີປຸ້ມລຸມກັນ ຈັດຕັ້ງປະຕິບັດໜ້າທີ່ການເມືອງ, ພາລະບົດບາດ ແລະ ຄວາມຮັບຜິດຊອບ ທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດ, ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານ-ລັດຖະກອນທັງໝົດ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ. ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໄປສູ່ປະຊາຊົນຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ເຂົ້າຮ່ວມໃນການປະຕິບັດ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.