ແຂວງອຸດົມໄຊ ເຜີຍແຜ່, ເຊື່ອມຊຶມ ເອກະສານ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V.

ຕອນເຊົ້າ ວັນທີ 11 ກຸມພາ ນີ້ ແຂວງອຸດົມໄຊ ໄດ້ຈັດພິທີ ເຜີຍແຜ່, ເຊື່ອມຊຶມ ເອກະສານ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຂຶ້ນ ທີ່ ສະໂມສອນ ຂອງແຂວງ ໃຫ້ກຽດເປັນປະທານ ໂດຍ ທ່ານ ວັນນາ ແກ້ວສັນຕິ ກຳມະການປະ ຈຳພັກແຂວງ, ປະທານ ອົງການແນວລາວສ້າງຊາດແຂວງ.
ການເຜີຍແຜ່, ເຊື່ອມຊຶມ ເພື່ອເຮັດໃຫ້ ຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ພາຍໃນ ແຂວງອຸດົມໄຊ ເວົ້າລວມ, ເວົ້າສະເພາະ ບັນດາພະນັກງານ ຫລັກແຫລ່ງ ຕະຫລອດຮອດ 2 ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນັກຮຽນ-ນັກສຶກສາ ປັນຍາຊົນ ຮັບຮູ້, ເຂົ້າໃຈ ຕໍ່ກັບ ຄວາມຫມາຍ, ຄວາມສຳຄັນ ຂອງການໃຊ້ສິດ ເຂົ້າໃນການປ່ອນບັດເລືອກຕັ້ງ ເອົາບຸກຄົນ ທີ່ຄວາມຮູ້, ຄວາມສາມາດ ແລະ ມາດຖານເງື່ອນໄຂ ຄົບຖ້ວນ ເຂົ້າໄປຢູ່ໃນ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ V ເຮັດຫນ້າທີ່ເປັນຕົວແທນ ໃຫ້ແກ່ ປະຊາຊົນບັນດາເຜົ່າ. ແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດ ການປ່ອນບັດ ດຳເນີນໄປຕາມລະບຽບການ, ຂັ້ນຕອນ ແລະ ວັນເວລາທີ່ກຳ ນົດໄວ້.
ເອກະສານທີ່ນຳມາເຜີຍແຜ່ ປະກອບມີ: ເອກະສານ ໂຄສະນາ ຫາສຽງ ທັງຫມົດ 3 ບົດ, ມີ 19 ຄຳຖາມ, 19 ຄຳຕອບ ແລະ ຄຳແນະນຳ ເພີ່ມເຕີມ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ທີ່ໄດ້ກຳນົດ ບັນດາ ຈຸດປະສົງ ເປົ້າຫມາຍ, ເນື້ອໃນ ການຝຶກອົບຮົມ ໃຫ້ແກ່ ຜູ້ມີສິດເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ການຈັດຕັ້ງການໂຄສະນາ ຫາສຽງ ແລະ ການຈັດຕັ້ງປະຕິບັດ ວຽກງານໃນບັ້ນເລືອກຕັ້ງ. ນອກນັ້ນ ຍັງໄດ້ມີການ ນຳສະເຫນີ ປະຫວັດໂດຍຫຍໍ້ ຂອງບັນດາ ຜູ້ສະຫມັກ ຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນແຂວງ ຊຸດທີ V. ສະເພາະ ຢູ່ ແຂວງອຸດົມໄຊ ມີຜູ້ສະຫມັກ ຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ທັງຫມົດ ຈຳນວນ 11 ທ່ານ ໃນນີ້ ຈະໄດ້ເລືອກເອົາ 8 ທ່ານ ແລະ ຜູ້ສະຫມັກ ຮັບເລືອກຕັ້ງ ເປັນສະມາຊິກສະພາ ປະຊາຊົນແຂວງ ທັງຫມົດ 49 ທ່ານ, ໂດຍແບ່ງອອກເປັນ ຜູ້ສະຫມັກ ປະຈຳເຂດເລືອກຕັ້ງ ບັນດາເມືອງ, ເມືອງລະ 7 ທ່ານ ແລະ ຈະເລືອກເອົາ ເມືອງລະ 5 ທ່ານ. ພາຍຫລັງ ສຳເລັດ ການລົງເຄື່ອນໄຫວ ໂຄສະນາຫາສຽງ ຢູ່ບັນດາຈຸດເປົ້າຫມາຍ ຍັງຈະໄດ້ມີການ ປ່ອນບັດ ຢ່າງເປັນທາງການ ໃນວັນທີ 22 ກຸມພາ 2026 ນີ້.
ພາບ – ຂ່າວ: ຄານມະນີ ຮຽນດໍຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa