ແຂວງອຸດົມໄຊ ຈັດການປະກວດ ສິລະປະ-ວັນນະຄະດີ, ແມ່ເຮືອນ 3 ນໍ້າ 4, ພໍ່ທີ່ດິຂອງຄອບຄົວ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ງານປະກວດ ສິລະປະ-ວັນນະຄະດີ ແລະ ແມ່ເຮືອນ 3 ນໍ້າ 4, ພໍ່ທີ່ດີຂອງຄອບຄົວ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຄ່ຳຄືນ ວັນທີ 2 ທັນວາ ນີ້ ທີ່ ສະໂມສອນແຂວງ ໂດຍການເຂົ້່ຮ່ວມຂອງ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົຄອງແຂວງ, ມີການນຳແຂວງ, ພະແນກການ, ອົງການ, ສະຖາບັນການສຶກສາ, ໂຮງຮຽນ ມສ ແຫ່ງຕ່າງ ໃນເທດສະບານແຂວງ, ຕະຫຼອດຮອດ ມວນຊົນ ເຂົ້າຮ່ວມຊົມ.
ທ່ານ ວັນນາ ແກ້ວສັນຕິ ກໍາມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ກ່າວວ່າ: ການຈັດງານປະກວດ ສິລະປະ-ວັນນະຄະດີ, ແມ່ເຮືອນ 3 ນໍ້າ 4, ພໍ່ທີ່ດີຂອງຄອບ ແມ່ນກິດຈະກໍາໜຶ່ງ ທີ່ມີຄວາມສໍາຄັນ ແນໃສ່ການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ວັດທະນະທຳອັນດີງາມ, ຄວາມດຸໝັ່ນຂະຫຍັນພຽນ, ຄວາມຮັກແພງສາມັກຄີບັນດາເຜົ່າ, ເປັນການຊຸກຍູ້, ສົ່ງເສີມ ການປະຕິບັດ ບົດບາດ ຍິງ-ຊາຍ ໃນຄອບຄົວ ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດໃຕ້ການນຳພາຂອງ ພັກ-ລັດ ແລະ ທ່ານຜູ້ນຳ, ຄວາມງົດງາມທາງດ້ານວັດທະນະທຳຮີດຄອງປະເພນີອັນດີງານຜ່ານບົດຟ້ອນ, ບົດເພງ ທີ່ເປັນເອກະລັກ ຄວາມມີມົນສະເໜ່ ຂອງ ແຂວງອຸດົມໄຊ. ການປະກວດລາຍການສະແດງ ສິລະປະ-ວັນນະຄະດີ ລວມມີທັງໝົດ 17 ລາຍການ ຈາກບັນດາ ວິທະຍາໄລ ແລະ ໂຮງຮຽນແຫ່ງຕ່າງໆ ພາຍໃນແຂວງອຸດົມໄຊ, ການປະກວດແມ່ເຮືອນ 3 ນໍ້າ 4 ລວມທັງໝົດ 5 ຄູ່ ແລະ ການຮ້ອງເພງສະລັບຊັບສາກກັນໄປ. ຜົນການປະກວດປະເພດແມ່ເຮືອນ 3 ນໍ້າ 4, ພໍ່ທີ່ດີຂອງຄອບຄົວ ປະເພດທີ 1 ໄດ້ແກ່ ຄອບຄົວ ທ່ານ ວິໄຊ ຢາຊົງກົວ ແລະ ນາງ ສີອຳໄພ ໂພທິວັນ ຈາກ ຄະນະໂຄສະນາອົບຮົມແຂວງ ສົ່ງເຂົ້າປະກວດ, ປະເພດທີ 2 ໄດ້ແກ່ ຄອບຄົວ ທ່ານ ຄຳພອນ ສີລິພົງ ແລະ ນາງ ໄຊສະໝອນ ພິວທະສອນຈາກຄະນະໂຄສະນາອົບຮົມແຂວງ ສົ່ງເຂົ້າປະກວດ ແລະ ປະເພດທີ 3 ໄດ້ແກ່ ຄອບຄົວ ທ່ານ ວັນ ມິ່ງບຸບຜາ ແລະ ນາງ ຈິມມະລາ ອິນລະເດດ ຈາດ ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ສົ່ງເຂົ້າປະກວດ. ປະເພດບົດເພງ ປະເພດທີ 1 ໃນບົດເພງ ງາມເມືອງລາວ ຮ້ອງໂດຍ ທ່ານ ຄຳພອນ ດາລາວັນ, ປະເພດທີ 2 ໃນບົດເພງ ອຸດົມໄຊກ້າວໄປ ຮ້ອງໂດຍ ທ່ານ ໃສຄຳ ບຸດທະລາ ແລະ ປະເພດທີ 3 ໃນບົດເພງ ຮັກສາວອຸດົມໄຊ ຮ້ອງໂດຍ ທ່ານ ວຽງວິໄລ ໄກແສງສີ. ປະເພດບົດຟ້ອນ ປະເພດທີ 1 ໃນບົດຟ້ອນ ເພງ ເມືອງລາວພາຍໄຕ້ການນຳພາຂອງພັກ ໝູ່ຍິງ-ຊາຍ ຈາກ ໂຮງຮຽນ ມສ ແຂວງ ປະເພດທີ 2 ໃນບົດຟ້ອນ ເພງ ໃຕ້ການນຳພາຂອງພັກ ຈາກ ໂຮງຮຽນ ມສ ເມືອງໄຊ, ປະເພດທີ 3 ໃນບົດຟ້ອນ ເພງ ລະດູບານໃໝ່ ໜູ່ຍິງ ຈາກ ໂຮງຮຽນ ມິດຕະພາບ. ພິທີໄດ້ມີການມອບລາງວັນໃຫ້ແກ່ຜູ້ທີ່ໄດ້ ປະເພດທີ 1,2,3 ແລະ ລາງວັນຊົມເຊີຍ ຕາມລ່ຳດັບ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
ຂ່າວ:ຄຳພັນ ແກ້ວມະນີ

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa