ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງແບງ ແລະ ເມືອງປາກແບງ

ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ບັນດາເມືອງ ແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໃຫ້ຫັນເຂົ້າສູ່ຄຸນນະພາບໃໝ່ເທື່ອລະກ້າວ ເປັນຕົ້ນແມ່ນການປັບປຸງຮູບການ, ວິທີການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໄໝ່. ດັ່ງນັ້ນ, ໃນວັນທີ 4-5 ກໍລະກົດ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງແບງ ແລະ ເມືອງປາກແບງ ຢ່າງເປັນທາງການ ນຳພາໂດຍທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງແບງ ແລະ ເມືອງປາກແບງ ເຂົ້າຮ່ວມຢ່າງພ້ອມພຽງ.
ການລົງເຄື່ອນໄຫວເຮັດວຽກຄັ້ງນີ້ ໄດ້ເຂົ້າພົບການນໍາຂອງເມືອງ ເພື່ອສະເໜີຈຸດປະສົງຂອງການລົງເຮັດວຽກ ແລະ ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງເມືອງໃນໄລຍະຜ່ານມາ. ຈາກນັ້ນ ໄດ້ເຂົ້າເຮັດວຽກນໍາຄະນະໂຄສະນາອົບຮົມເມືອງ ເຊິ່ງໄດ້ຮັບຟັງການລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງເມືອງ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານຈຸດສຸມ ໄລຍະ 6 ເດືອນທ້າຍປີ 2024, ພ້ອມທັງແລກປ່ຽນບົດຮຽນດ້ານວິຊາການນຳກັນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານໂຄສະນາ-ປາຖະກະຖາ, ວຽກງານອົບຮົມ, ວຽກງານສັງລວມ, ຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ແລະ ກົນໄກການປະສານງານລະຫວ່າງ ຄະນະໂຄສະນາອົບຮົມແຂວງ-ເມືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa