ພິທີມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫຼງຂ່າວ) ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ

 

ພິທີມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫຼງຂ່າວ) ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງ ວັນທີ 19 ສິງຫາ 2025 ທີ່ຫ້ອງປະຊຸມຫ້ອງວ່າແຂວງອຸດົມໄຊ. ໂດຍການເປັນປະທານ ຂອງທ່ານ ສຸຫວັດ ມະຫາວົງສະໜັ່ນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ. ເຂົ້າຮ່ວມມີທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ອໍາໄພວອນ ປັນຍາລັກ, ກໍາມະການພັກແຂວງ, ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍຄະນະນໍາ, ຄະນະພະແນກ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.

ໃນພິທີໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວສື່ມວນຊົນໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນພະລະບົດບາດ, ສິດ, ໜ້າທີ, ຜົນສຳເລັດຂອງວຽກງານ ແລະ ຈຸດປະສົງການໂອນວຽກງານສື່ມວນຊົນ ແລະ ຍົກຍ້າຍດ້ານບຸກຄະລະກອນ ຈຳນວນ 29 ທ່ານ, ຍິງ 07 ທ່ານ, ກົງຈັກການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ມີອາຄານສະຖານທີ່ເຮັດວຽກ, ງົບປະມານ, ວັດຖຸອຸປະກອນຮັບໃຊ້ວຽກງານວິຊາສະເພາະທັງໝົດໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ. ໃນພິທີຍັງໄດ້ເຊັນບົດບັນທຶກການມອບ-ຮັບ ວຽກງານສື່ມວນຊົນ (ວຽກງານຖະແຫລງຂ່າວ) ລະຫວ່າງ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ແລະ ຄະນະໂຄສະນາອົບຮົມແຂວງ.

ໂອກາດດັ່ງກ່າວ ທ່ານ ສຸຫວັດ ມະຫາວົງສະໜັ່ນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ມີຄໍາເຫັນໂອ້ລົມ ຍົກໃຫ້ເຫັນຄວາມຈຳເປັນໃນການປັບປຸງການຈັດຕັ້ງ ແລະ ຮຽກຮ້ອງມາຍັງຄະນະພັກ, ຄະນະພະແນກສອງພາກສວນ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ເຂົ້າໃຈໃສ່ຕໍ່ການປັບປຸງກົງຈັກການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີພາຍໃນ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງດ້ານວິຊາສະເພາະ ໃຫ້ມີຄວາມເຂັ້ມແຂງ ພ້ອມທັງຄົ້ນຄວ້າພາລະບົດບາດ, ກໍານົດຕໍາແໜ່ງງານ, ຊັບຊ້ອນບຸກຄະລາກອນຄືນໃໝ່ ໃຫ້ສອດຄ່ອງກັບວິຊາສະເພາ, ຄວາມຮູ້, ຄວາມສາມາດຕົວຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa