ພິທີພົບປະແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງຕິດພັກກັບວຽກງານວິຊາສະເພາະ ລະຫວ່າງສະຫະພັນແມ່ຍິງໜ່ວຍ 4 ອົງການ.

ພິທີພົບປະແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງຕິດພັກກັບວຽກງານວິຊາສະເພາະ ລະຫວ່າງສະຫະພັນແມ່ຍິງໜ່ວຍ 4 ອົງການ.

ພິທີພົບປະແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງຕິດພັກກັບວຽກງານວິຊາສະເພາະ ລະຫວ່າງສະຫະພັນແມ່ຍິງໜ່ວຍ ຄະນະກວດກາແຂວງ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ພະແນກພາຍໃນແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ສິຫາ 2024 ທີ່ຫ້ອງປະຊຸມຂອງຄະນະກວດກາແຂວງ. ໂດຍການເປັນປະທານຂອງ ສະຫາຍ ນາງ ອຳພອນ ອິນຕະລາ ຮອງປະທານສະຫະພັນແມ່ຍິງແຂວງ, ມີກໍາມການຄະນະໜ່ວຍພັກຮາກຖານ 4 ອັງການ, ຮອງປະທານຄະນະກວດກາແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ພະແນກພາຍໃນ, ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າສະຫະພັນແມ່ຍິງໜ່ວຍ 4 ອົງການ ແລະ ສະມາຊິກແມ່ຍິງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມແມ່ນໄດ້ຮັບຟັ່ງການລາຍງານການຈັດຕັ້ງເຄື່ອນໄຫວວຽກງານສະຫະພັນແມ່ຍິງໜ່ວຍຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາຂອງສະຫະພັນແມ່ຍິງໜ່ວຍ 4 ອົງການດັ່ງນີ້: 1. ວຽກງານສຶກສາອົບຮົມການເມືອງ-ແນວຄິດ, 2. ວຽກງານຂະບວນການແຂ່ງຂັນ 3 ດີ, 3. ວຽກງານພັດທະນາຊີວິດການເປັນຢູ່ ເພື່ອແກ້ໄຊຄວາມທຸກຍາກໃຫ້ແມ່ຍິງ ແລະ ຄອບຄົວ, 4. ວຽກງານຂະບວນການ ແລະ ການຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະ.  ນອກນັ້ນກອງປະຊຸມຍັງໄດ້ປະກອບຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງເຄື່ອນໄຫວວຽກງານສະຫະພັນແມ່ຍິງໜ່ວຍຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາ ແລະ ໄດ້ສືບຕໍ່ເສີມຂະຫຍາຍບົດຮຽນການເຄື່ອນໄຫວວຽກງານສະຫະພັນແມ່ຍິງໜ່ວຍຕິດພັນກັບວຽກງານວິຊາສະເພາະ ໃນຕໍ່ໜ້າຂອງສະຫະພັນແມ່ຍິງໜ່ວຍ 4 ອົງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa